ບ້ານດອກບົວພາກຕາເວັນອອກນະຄອນຕ້າຫຼີ້:ກຸ່ມບ້ານບູຮານໃນເສັ້ນທາງມ້າແລະຊາບູຮານ

2018-05-02 15:47:08 |ມາຈາກ: Yunnan Gateway

ບ້ານດອກບົວພາກຕາເວັນອອກ,ຕັ້ງຢູ່ຂອບເຂດພາຍໃນເມືອງເຫວີຍຊານຂອງກິ່ງແຂວງປົກຄອງຕົນເອງເຜົ່າຂາວຕ້າຫຼີ້ແຂວງຢຸນນານ,ແຄມແມ່ນໍ້າສາຂາຂອງແມ່ນໍ້າຫົງເຫີ,ເຊິ່ງທັງສາມຝັ່ງອ້ອມດ້ວຍນໍ້າ,ທິວທັດທຳມະຊາດອັນສວຍງາມ,ວັດທະນະທຳຂອງຊົນເຜົ່າທີ່ມີສີສັນພິເສດຫຼາກຫຼາຍ,ຍັງມີເຄຫາສະຖານບູຮານທີ່ມີເອກະລັກພິເສດແລະເນື້ອໃນທາງວັດທະນະທຳປະຫວັດສາດທີ່ໜາແໜ້ນຈຳນວນ30ກວ່າແຫ່ງທີ່ຮັກສາໄວ້ຢ່າງດີຈົນເຖິງປັດຈຸບັນ,ເຊິ່ງໄດ້ສະແດງພາບວັດທະນະທຳມູນເຊື້ອແລະສີສັນຊົນເຜົ່າຂອງທ້ອງຖິ່ນຢ່າງຄົບຖ້ວນ.

ທິວທັດຂອງບ້ານບົວພາກຕາເວັນອອກ.