ນົົກຄໍສີຕານແດງ(Merops philippinus)ບິນມາຜ່ານລະດູຮ້ອນ

2018-05-04 16:29:29 |ມາຈາກ: Yunnan Gateway

ຊຸມປີມານີ້,ທີ່ຕາແສງເມິງກູ່ ຕາແສງຈີ່ນຖາງເມືອງຈ້ຽວຈ່ານະຄອນຈ່າວທົງແຂວງຢຸນນານແລະສະຖານທີ່ອື່ນໆໄດ້ພົບເຫັນມີນົົກຄໍສີຕານແດງ(Merops philippinus)ບິນມາດຳລົງຊີວິດແລະອອກແມ່ແພ່ລູກ,ມີຄຳສຸພາສິດຄຳໜຶ່ງກ່າວໄວ້ວ່າ“ມາຮອດໃນວັນທີ3ເດຶອນສາມ,ກັບຄືນໃນວັນທີ 6 ເດຶອນຫົກ(ປະຕິທິນຈັກທະຄະຕິ)”.ໂດຍການແນະນຳຂອງກົມປ່າໄມ້ຂອງທ້ອງຖິ່ນໄດ້ຮູ້ວ່າ,ປີນີ້ໄດ້ມີໂຕນົົກຄໍສີຕານແດງ(Merops philippinus)ຈຳນວນເກີນກວ່າ3ຫມື່ນໂຕ,ໄດ້ມາເຖິງເມືອງຈ້ຽວຈ່າດຳລົງຊີວິດແລະອອກແມ່ແພ່ລູກ.ນົົກຄໍສີຕານແດງ(Merops philippinus)ເປັນນົກຊະນິດໜຶ່ງທີ່ດຳລົງຊີວິດໃນແຖບຮ້ອນ,ຂົນຂອງມັນມີສີສັນສວຍສົດງົດງາມ,ມີນາມມະຍົດເປັນ“ນົກທີ່ສວຍງາມທີ່ສຸດໃນປະເທດຈີນ”.ນົົກຄໍສີຕານແດງ(Merops philippinus)ສ່ວຍຫຼາຍແມ່ນດຳລົງຊີວິດໃນເຂດອາຊີອາຄະເນ,ຢູ່ປະເທດຈີນມີແຕ່ບາງເຂດຂອງແຂວງຢຸນນານ,ເກາະໄຮໜານ,ຮົງກົງ,ແຂວງກວາງຕົ່ງແລະແຈກຢາຍໄປຕາມເຂດແຄມທະເລບາງບ່ອນຂອງແຂວງຟູຈ້ຽນ.