ຜົນຜະລິດຕະພັນວັດທະນະທຳທີ່ມີເອກະລັກແລະປານີດຂອງແຂວງຢຸນນານ

2018-05-11 15:55:48 |ມາຈາກ: Yunnan Gateway

ຫວ່າງມໍ່ໆນີ້,ງານແລກປ່ຽນວາງສະແດງສິນຄ້າຂະແໜງການວັດທະນະທຳສາກົນຂອງຈີນ(ນະຄອນເຊີ່ນເຈີ້ນ)ຄັ້ງທີ່14ໄດ້ເປີດສາກທີ່ສູນວາງສະແດງນະຄອນເຊີ່ນເຈີ້ນ.

ໃນຄັ້ງນີ້,ຄະນະວາງສະແດງຂອງແຂວງຢຸນນານໄດ້ແຕ່ງຕັ້ງຊ່າງສິລະປະວິທະຍາກຳລະດັບແຂວງແລະຜູ້ສືບທອດມໍລະດົກວັດທະນະທຳນາມມະທຳທີ່ມີລັກສະນະຕາງໜ້າເປັນຕົ້ນແມ່ນ:ການຖັກແສ່ວເຜົ່າຢີ,ເຄື່ອງປັ້ນດິນເຜົາສີມ່ວງຂອງເມືອງຈ້ຽນສຸຍ,ຮູບແຕ້ມຢູ່ເທິງວັດຖຸແກ້ວແຂວງຢຸນນານ,ການແກະສະຫຼັກຢູ່ເທິງໄມ້ຂອງເມືອງຈ້ຽນສວນ,ຢົກເຈັດສີຂອງເມືອງສືຫຼິນແລະຮູບຈຳລອງເຮືອຂອງເຈິ້ງເຫີແລະອື່ນໆ,ເຊິ່ງມີວິສາຫະກິດປະດິດສ້າງວັດທະນາທຳແຖວໜ້າຈຳນວນ35ແຫ່ງເຂົ້າຮ່ວມງານວາງສະແດງ.ພື້ນທີ່ເຂດວາງສະແດງແຂວງຢຸນນານມີທັງໝົດເຖິງ354ຕາແມັດ,ເຊິ່ງໄດ້ເພີ່ມຂຶ້ນ47,5%ເວລາປຽບທຽບກັບປີແລ້ວນີ້.

ໃນເຂດວາງສະແດງ,ຄະນະຮູບຈຳລອງເຮືອຂອງເຈິ້ງເຫີໄດ້ສະແດງຄວາມຕັດສິນໃຈນຳເອົາແຂວງຢຸນນານເຊື່ອມເຂົ້າໃນ “ໜຶ່ງແລວທາງໜຶ່ງເສັ້ນທາງ”ເພື່ອກໍ່ສ້າງສູນກະຈາຍທີ່ອ່ວຍໜ້າສູ່ອາຊີໃຕ້ແລະອາຊີອາຄະເນຢ່າງເປັນເຈົ້າການໂດຍນຳໃຊ້ຮູບແບບທີ່ມີຊີວິດຊີວາແລະໂດຍກົງ, ຜະລິດຕະພັນເຕັກນິກສູງຄືVR/ARກໍໄດ້ປະສົມປະສານເຂົ້າກັບວັດທະນະທຳຊົນເຜົ່າອັນຫຼາກຫຼາຍຂອງຢູນນານ,ສະແດງທິວທັດທຳມະຊາດແລະວັດທະນະທຳອັນສວຍງາມຂອງຢຸນນານ.ພ້ອມດຽວກັນນັ້ນ,ເຂດວາງສະແດງຢຸນນານຍັງໄດ້ສາຍຮູບ ເງົາ ໜັງສືໂຄສະນາແລະຕົວຢ່າງຮູບເງົາ, ເພື່ອສະແດງຜົນສຳເລັດທີ່ດີເດັ່ນຂອງການຖ່າຍຮູບຂອງແຂວງຢຸນນານໃນຊຸມປີທີ່ຜ່ານມາ. ນັກແຕ້ມຮູບກາຕູນທີ່ມີຊື່ສຽງຂອງຢຸນນານ ຫຼີຄຸນອູແລະຄະນະສິລະປະຢາເອີບ້ານລາວຕາເປົາເຜ່ົາລ່າຮູ້ໄດ້ແບ່ງກັນສະແດງຜົນສຳເລັດຂອງຮູບແຕ້ມພື້ນເມືອງອັນປານີດ,ແລະເພງຊົນເຜົ່າທີ່ສະໜັບສະໜູນແລະຮັກພັກກອມມູນິດຈີນ.