
ສະຖານທີ່ຕົວແບບໃນການກໍ່ສ້າງນິເວດແມ່ນໍ້າທ້າຍຢາງ ນະຄອນພູເອີ ແຂວງຢຸນນານຕັ້ງຢູ່ເຂດຂ້າມຜ່ານຂອງແຖບຮ້ອນແລະເຄິ່ງແຖບຮ້ອນ,ອັດຕາການປົກຄຸມຂອງປ່າໄມ້ແມ່ນມີເຖິງ 97%,ປະກອບມີກຸ່ມຊະນິດພືດແລະສັດທີ່ມີລັກສະນະແບບຢ່າງຂອງແຖບຮ້ອນອາຊີໃຕ້ແລະແຖບຮ້ອນພາກເໜືອ,ເຊິ່ງເປັນ ມູນມັງທາງຊັບພະຍາກອນຊີວະສາດອັນລໍ້າຄ່າໃນເຂດເສັ້ນຮຸ້ງຝັ່ງເຫນືອ(Tropic of Cancer).

ເງື່ອນໄຂທຳມະຊາດອັນຫຼາກຫຼາຍໄດ້ອຳນວຍໃຫ້ມີສິ່ງແວດລ້ອມການເຕີບໂຕທີ່ດີໃຫ້ແກ່ບັນດາສັດອັນໜ້າຮັກເຫຼົ່ານີ້.ເມື່ອຍ່າງເລາະເຂົ້າໄປພາຍໃນ,ສາມາດເຫັນສັດປ່າຫາຍາກອັນລໍ້າຄ່າຫຼາຍຊະນິດເຊັ່ນ: ຊະນີແຂນຍາວ, ລີງ, ຫມີແພນດ້າເປັນຕົ້ນ.







