“ຮູບແບບການກັນແດດ”ເລີ່ມນຳໃຊ້ແລ້ວໃນລະດູຮ້ອນທີ່ນະຄອນຄຸນໝິງ

2018-05-17 16:18:25 |ມາຈາກ: Yunnan Gateway

ຊຸມມື້ນີ້,ພາຍໃຕ້ສະພາບອູນຫະພູມຂອງຫຼາຍບ່ອນໄດ້ເພີ່ມສູງຂຶ້ນ,ອູນຫະພູມຂອງແຂວງຢຸນນານກໍໄດ້ສູງຂຶ້ນຄືກັນ.ເລີ່ມຈາກວັນທີ15ເປັນຕົ້ນມາ,ເມືອງຢວນຈ່ຽງ ຢວນໂໝວ ຈ່າວທົງ ເລີ້ຈ່ຽງແລະເມືອງອື່ນໆທັງໝົດ 9 ເມືອງຂອງແຂວງຢຸນນານໄດ້ພາກັນແຈ້ງການເຕືອນກ່ຽວກັບອູນຫະພູມທີ່ສູງຂຶ້ນ,ອາກາດຂອງເຂດນະຄອນຄຸນໝິງຍັງຄົງສືບຕໍ່ຮ້ອນແລະແດດແຮງ,ນອກຈາກອາກາດແຫ້ງແລ້ວ,ແສງUVກໍ່ແຮງເຊັ່ນດຽວກັນ ,ກົມອຸຕຸນິຍົມວິທະຍາເຕືອນໃຫ້ຊາວເມືອງຕ້ອງລະມັດລະວັງເມື່ອເວລາອອກໄປທາງນອກແລະເອົາໃຈໃສ່ໃນການປ້ອງກັນໂຕເອງຈາກແສງແດດ.ຮູບພາບນີ້ແມ່ນຊາວເມືອງຄຸນໝິງພາກັນນໍາໃຊ້ວິທີຕ່າງໆເພື່ອກັນແດດແລະຄວາມຮ້ອນຈາກການຕາກແດດ.ໃນມື້ນັ້ນ,ອູນຫະພູມສູງທີ່ສຸດຂອງຄຸນໝິງແມ່ນ27℃—28℃.