“ອານາຈັກສັດ”ໃນສະຖານທີ່ຕົວແບບການກໍ່ສ້າງນິເວດແມ່ນໍ້າທ້າຍຢາງນະຄອນພູເອີ

2018-05-23 16:34:54 |ມາຈາກ: Yunnan Gateway

ນະຄອນພູເອີ,ເປັນເຂດຕົວແບບທົດລອງເສດຖະກິດສີຂຽວພຽງແຫ່ງດຽວໃນທົ່ວປະເທດຈີນ,ເຂດຕົວແບບທີ່ຕັ້ງຢູ່ພາຍໃນຂອບເຂດແມ່ນຢູ່ເຂດຂ້າມຜ່ານລະຫວ່າງແຖບຮ້ອນກັບຮອງແຖບຮ້ອນ,ອັດຕາປົກຫຸ້ມຂອງປ່າໄມ້ມີເຖິງ94,5%,ພື້ນທີ່ທັງໝົດແມ່ນ 216,23 ກິໂລແມັດ,ສະຖານທີ່ນີ້ແມ່ນເຂດປ່າໄມ້ແຖບຮ້ອນຂອງອາຊີທີ່ຖືກຮັກສາໄວ້ ກ້ວາງທີ່ສຸດແລະຄົບຖ້ວນທີ່ສຸດ.ໂດຍໄດ້ຮັບຮູ້ວ່າ,ຊັບພະຍາກອນສັດພາຍໃນບ່ອນຕົວແບບແມ່ນອຸດົມສົມບູນຫຼາຍ,ລວມທັງມີສັດທີ່ມີກະດູກສັນຫຼັງທີ່ດຳລົງຢູ່ເຂດບົກ 31 ລະບົບ 96 ຕະກຸນ 267 ພັນ 408ຊະນິດ.ມີສັດທີ່ຖືກສະຫງວນລະດັບສຳຄັນແຫ່ງຊາດ 48 ຊະນິດ,ໃນນັ້ນມີສັດສະຫງວນລະດັບທຳອິດແຫ່ງຊາດ 10 ຊະນິດ,ສັດສະຫງວນລະດັບທີ່ສອງແຫ່ງຊາດ 38 ຊະນິດ.