ວາສແບຼຣີ(waxberry)ຂອງເມືອງຟູ້ໝິນສຸກແລ້ວ!

2018-05-25 16:38:42 |ມາຈາກ: Yunnan Gateway

ໃນລະຫວ່າງວັນທີ 25 ພຶດສະພາ ຫາວັນທີ 3 ມິຖຸນາ,ເມືອງຟູ້ໝິນຈະຈັດງານວັດທະນະທຳສຸຂະພາບໝາກວາສແບຼຣີ(waxberry)ເມືອງຟູ້ໝິນປະເທດຈີນປະຈຳປີ 2018 ພາຍໃຕ້ຫົວຂໍ້ “ເມືອງຟູ້ໝິນທີ່ມີສຸຂະພາບ ຊີວິດການເປັນຢູ່ທີ່ດີງາມ”.

ງານໝາກວາສແບຼຣີ(waxberry)ຄັ້ງນີ້ຈະຈະໄດ້ຈັດຂຶ້ນເປັນເວລາ 10 ວັນ, ເຊິ່ງຈະເປີດສາກຂຶ້ນໃນວັນທີ 25 ເດຶອນພຶດສະພາແລະຈະປິດລົງໃນວັນທີ 3 ເດືອນມິຖຸນາ .ໃນລະຫວ່າງງານ ຍັງຈະຈັດກິດຈະກຳພາຍໃຕ້ຫົວຂໍ້ຫລັກ 4 ຢ່າງເຊັ່ນ:ຮຽນຮູ້ຈາກການທົດລອງນິເວດ,ການທົດລອງວັດທະນະທຳ,ການທົດລອງສຸຂະພາບແລະການທົດລອງຄວາມອົບອຸ່ນ,ຈັດຕັ້ງກິດຈະກຳການຄ້າ,ຈັດຕັ້ງກິດຈະກຳຂໍຄວາມສຸກຂອງຊາວກະສິກອນຜູ້ປູກໝາກວາສແບຼຣີແລະກິດຈະກຳອື່ນໆຈຳນວນ 20 ກວ່າຢ່າງ;ຈັດແຈງການວາງສະແດງສິນຄ້າທີ່ມີສີສັນພິເສດຂອງທ້ອງຖິ່ນແລະເມືອງອ້ອມຂ້າງ,ງານຊີມອາຫານທີ່ເປັນມູນເຊື້ອແລະກິດຈະກຳອື່ນອີກຫຼາຍຢ່າງ.