ກິດຈະກຳ“ຕ້ອນຮັບບຸນສິລະປະຄາງປາ—ງານແຂ່ງຂັນມ້າໃນບຸນຕ່ວນອູເມືອງແຊງກຼີລານະຄອນຕີຊິ້ງປະຈຳປີ 2018”ຈະຈັດຂຶ້ນໃນລະຫວ່າງວັນທີ 18 ຫາ 20 ເດືອນມິຖຸນາທີ່ເມືອງແຊງກຼີລາກິ່ງແຂວງປົກຄອງຕົນເອງໂດຍເຜົ່າທິເບດຕີຊິ້ງ.
ນອກຈາກການແຂ່ງມ້າທີ່ເປັນມູນເຊື້ອ(ຄວາມໄວ,ເຕັກນິກການຄຸມມ້າແລະການຂີ່ມ້າ),ການແຂ່ງຂັນປະເພດບຸກຄົນໃນກິລາພື້ນເມືອງຊົນເຜົ່າ(ຍິງສອນ), ການວາງສະແດງແລະຕີລາຄາກ່ຽວກັບຜົນງານມໍລະດົກວັດທະນະທຳນາມມະທຳ(ເຄື່ອງທີ່ໃຊ້ເທິງມ້າ)ແລະອື່ນໆແລ້ວ,ຍັງຈະມີງານວາງສະແດງສິນຄ້າທີ່ມີເອກະລັກ,ງານວາງສະແດງສິລະປະການຂຽນໜັງສື,ການເຜີຍແຜ່ມໍລະດົກວັດທະນະທຳນະຄອນຕີຊິ້ງແລະກິດຈະກຳອື່ນໆອີກດ້ວຍ.