ຕາແສງນ້ອຍທີ່ມີບັນຍາກາດແຫ່ງພາກຕາເວັນອອກຂອງເມືອງໝີເລີ້

2018-05-31 15:30:03 |ມາຈາກ: Yunnan Gateway

ຕາແສງນ້ອຍທີ່ມີບັນຍາກາດແຫ່ງພາກຕາເວັນອອກທີ່ຕັ້ງຢູ່ເມືອງໝີເລີ້ກິ່ງແຂວງຫົງເຫີແມ່ນສວຍງາມເໝືອນຕາແສງຢູ່ໃນເທບນິຍາຍເຊິ່ງເຕັມໄປດ້ວຍບັນຍາກາດສິລະປະວັດທະນະທຳ,ເປັນບ່ອນປາຖະໜາຂອງຫຼາຍຄົນ.ໃນປັດຈຸບັນ,ຕາແສງດັ່ງກ່າວກຳລັງພັດທະນາຂະແໜງການທີ່ມີທ່າແຮງຂອງເມືອງໝີເລີ້ຕາມສະພາບຕົວຈິງຂອງເມືອງໝີເລີ້ແລະ ພະຍາຍາມກໍ່ສ້າງໃຫ້ເປັນຕາແສງທີ່ມີ“ທ່າແຮງເມືອງໝີເລີ້”ເປັນສະຖານທີ່ການທ່ອງທ່ຽວທົດລອງດ້ານສິລະປະວັດທະນະທຳໃນລະດັບນຳໜ້າຂອງທົ່ວປະເທດ ໂດຍຖືເອົາຂະແໜງການສິລະປະວັດທະນະທຳເປັນໃຈກາງ,ຖືເອົາຂະແໜງການເຫຼົ້າແວງເປັນຂະແໜງການຊ່ວຍຊູແລະຂະແໜງການຮັກສາສຸຂະພາບເປັນຂະແໜງການຄໍ້າຊູ.