​ສ້າງ​ສະຖານ​ທີ່ທ່ອງ​ທ່ຽວ "ປອດສິ່ງ​ມົນ​ລະ​ພິດ"

2018-06-04 15:36:15 |ມາຈາກ: CRI

ນັບ​ແຕ່​ຕົ້ນ​ປີ 2018 ​ເປັນ​ຕົ້ນ​ມາ, ອົງການ​ທີ່​ກ່ຽວຂ້ອງ​ຂອງ​ເມືອງ​ຢຸນ​ເຮີ​ແຂວງ​ເຈີ້​ຈ່ຽງ​ໄດ້ປະຕິບັດ​ຕາມທັດສະນະ​ກາ​ນພັດທະນາ "ທິວທັດ​ທີ່​ສວຍ​ງາມ​ກໍ​ເປັນ​ຊັບ​ສິນ​ເງິນ​ຄຳ", ​ເຊິ່ງ​ເປັນ​ການຕອບ​ສະໜອງ​ກັບ​ຄຳ​ຮຽກຮ້ອງ​ຂອງ​ລັດຖະບານ​ດ້ານ​ການປະ​ຢັດ​ພະ​ລັງ​ງານ ​ແລະ​ຫຼຸດ​ການ​ປ່ອຍ​ມົນ​ລະ​ພິດ ໄດ້​ສົ່ງ​ເສີມ​ເຕັກນິກການ​ນຳ​ໃຊ້​ພະລັງງານ​​ໄຟຟ້າ​ຢູ່​ສະຖານ​ທີ່​ທ່ອງ​ທ່ຽວ​ຫຼາຍ​ແຫ່ງ ​ເພື່ອ​ສ້າງ​ສະຖານ​ທີ່​ທ່ອງ​ທ່ຽວ "ປອດ​ສິ່ງ​ມົນ​ລະ​ພິດ" ​ແບບ​ສີຂຽວ​ທີ່​ນຳ​ໃຊ້​ພະລັງ​ງານ​​ໄຟຟ້າ​ຢ່າງຮອບດ້ານ, ​ເພື່ອຮັກສາ​ສິ່ງ​ແວດ​ລ້ອມ​ນິ​ເວດຂະນະ​ທີ່​ພັດທະນາ​ການທ່ອງທ່ຽວ.