ພູຫິມະຢີຫຼົງເມືອງລີ້ຈ່ຽງປະກົດມີຫິມະຕົກໃນເດືອນ 6

2018-06-07 15:45:01 |ມາຈາກ: Yunnan Gateway

ມາຮອດເດືອນມິຖຸນາ,ໃນຂະນະທີ່ຫຼາຍທ້ອງຖິ່ນຂອງທົ່ວປະເທດກຳລັງອົດທົນກັບອຸນຫະພູມທີ່ສູງຂຶ້ນແລະອາກາດທີ່ອົບເອົ້າ,ດິນຟ້າອາກາດຂອງແຂວງຢຸນນານແມ່ນເຢັນສະບາຍຫຼາຍ,ເຊິ່ງອຸນຫະພູມຂອງຫຼາຍແຫ່ງແມ່ນບໍ່ກາຍກວ່າ 30 ອົງສາ.ສິ່ງທີ່ຫນ້າປະຫຼາດໃຈກວ່າຫມູ່ນັ້ນແມ່ນຢູ່ໃນຕອນຄໍ່າຂອງວັນທີ 4,ຢູ່ເທິງພູຫິມະຢີຫຼົງໄດ້ປະກົດມີຫິມະຕົກ,ເຊິ່ງປະກົດການດັ່ງກ່າວໄດ້ສືບເນື່ອງເຖິງ 9 ໂມງຕອນເຊົ້າຂອງມື້ຕໍ່ມາ.