ໂຮງລະຄອນໂຄມໄຟລວດລາຍຢຸນນານເຂົ້າຮ່ວມງານ EXP

2018-06-14 16:11:44 |ມາຈາກ: Yunnan Gateway

ລະຫວ່າງໃນວັນທີ 14-20 ມິຖຸນາ ປີ 2018,ງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ່ 5 ແລະງານແລກປ່ຽນສິນຄ້າຂາເຂົ້າຂາອອກນະຄອນຄຸນໝິງປະເທດຈີນຄັ້ງທີ່ 25 ຈະຈັດຂຶ້ນທີ່ສູນກາງວາງສະແດງສາກົນຕ່ຽນສືນະຄອນຄຸນໝິງແຂວງຢຸນນານ.ຫົວຂໍ້ຂອງງານວາງສະແດງຄັ້ງນີ້ແມ່ນ“ເຊື່ອມໂຍງເຂົ້າ‘ໜຶ່ງແລວທາງ ໜຶ່ງເສັ້ນທາງ’,ຊຸກຍູ້ສົ່ງເສີມການຮ່ວມມືທີ່ມີຜົນປະໂຫຍດຮ່ວມກັນ”,ແລະຈະຈັດວາງຫໍວາງສະແດງຈຳນວນ 19 ແຫ່ງ,ເຊັ່ນ:ຫໍປະເທດແຂກຕົ້ນຕໍ,ຫໍອາຊີ,ຫໍອາຊີພາກຕາເວັນອອກສຽງໃຕ້,ຫໍ ຕ່າງປະເທດ,ຫໍປະເທດພາຍໃນ,ຫໍອາຫານ,ຫໍກະສິກຳ,ຫໍວັດສະດຸອັນໃໝ່ແລະຫໍອື່ນໆ.ໃນນັ້ນ,ຫໍຄວາມຄິດປະດິດສ້າງໃໝ່ດ້ານວັດທະນະທຳທີ່ໄດ້ເປີດມາເປັນເທື່ອທຳອິດຂອງງານວາງສະແດງນັ້ນໄດ້ກາຍເປັນໜຶ່ງຈຸດເດັ່ນໃນງານ.

ໃນປີນີ້,ໂຮງລະຄອນໂຄມໄຟລວດລາຍຢຸນນານຈະນຳລະຄອນໂຄມໄຟລວດລາຍແຂວງຢຸນນານເຂົ້າຮ່ວມງານ EXP,ແລະຈະປະກົດຢູ່ໃນຫໍ ຄວາມຄິດປະດິດສ້າງໃໝ່ດ້ານວັດທະນະທຳ.

ລະຄອນໂຄມໄຟລວດລາຍຢຸນນານ,ເປັນລະຄອນທ້ອງຖິ່ນປະເພດໜຶ່ງທີ່ລວມການຮ້ອງເພງ,ການຟ້ອນແລະລະຄອນເປັນການສະແດງດຽວແລະມີການເຜີຍແຜ່ຢູ່ໃນແຂວງຢຸນນານ.