ເຂດທ່ອງທ່ຽວບ້ານຊົນເຜົ່າຢຸນນານກະກຽມຈັດກິດຈະກຳສຳລັບບຸນຕ່ວນອູ

2018-06-15 16:30:47 |ມາຈາກ: Yunnan Gateway

ໃນປັດຈຸບັນ,ເຂດທ່ອງທ່ຽວບ້ານຊົນເຜົ່າຢຸນນານກຳລັງກະກຽມຈັດກິດຈະກຳສຳລັບບຸນຕ່ວນອູຢ່າງເປັນລະບົບ.ກິດຈະກຳເຫຼົ່ານີ້ມີແຜນການຈະຈັດຂຶ້ນໃນລະຫວ່າງວັນທີ 16-18 ເດືອນມິຖຸນາ,ເຊິ່ງຈະນຳພານັກທ່ອງທ່ຽວມາສຳຜັດ ກັບປະສົບການຂອງງານບຸນໃນແບບທີ່ແຕກຕ່າງ .

ລະຫວ່າງໃນບຸນຕ່ວນອູ,ນັກທ່ອງທ່ຽວສາມາດຊິມອາຫານແຊບໆທີ່ສະໜາມຕ່າວກ່ານເຊິ່ງເປັນອາຫານທີ່ເຂດທ່ອງທ່ຽວນຳສະເໜີມາເຊັ່ນ:ເຂົ້າຕົ້ມເຈັດສີ,ເຂົ້າລະບາຍສີແລະອາຫານປິ້ງທີ່ມີສີສັນຊົນເຜົ່າເປັນຕົ້ນ,ຍັງສາມາດຊົມເບິ່ງສີມືຫັດຖະກຳຂອງຊົນເຜົ່າທ້ອງຖິ່ນ.ນອກຈາກກິດຈະກຳການຫໍ່ເຂົ້າຕົ້ມ ແລະ ກິນເຂົ້າຕົ້ມແລ້ວ,ຍັງຈະມີການແຂ່ງຂັນຊ່ວງເຮືອສອງຄັ້ງໃນແຕ່ລະມື້ທີ່ເຂດໜອງນໍ້າປາຄຳອີກດ້ວຍ,ບັນຍາກາດຟົດຟື້ນຫຼາຍ.

ໃນລະຫວ່າງບຸນຕ່ວນອູ,ພໍດີແມ່ນ“ງານວັນແຫ່ງຄວາມຮັກ”ຂອງເຜົ່າພູມີ.ເຂດທ່ອງທ່ຽວຈະຈັດກິດຈະກຳ“ຄູ່ຮັກວຽນພູ”ຂຶ້ນໂດຍອີງຕາມປະເພນີຂອງຊົນເຜົ່າພູມີ,ເຊິ່ງຈະມັດຫ້ອຍສິ່ງຂອງທີ່ຕົນເຊື່ອຖືຢູ່ເທິງຕົ້ນໄມ້ສັກສິດເພື່ອຂໍຄວາມຫວັງແລະຄວາມສຸກໃຫ້ເປັນຈິງ.ນອກຈາກນີ້,ຍັງມີກິດຈະກຳອີກຫຼາຍຢ່າງລໍຖ້າທ່ານມາສຳຜັດ.