ພາບປະຫວັດສາດ“ກອງທັບອາບມ້າ”ປະກົດຄືນທີ່ໜອງສຸ້ຍຫູ

2018-06-26 16:09:41 |ມາຈາກ: Yunnan Gateway

ຫວ່າງມໍ່ໆມານີ້,ທີ່ສວນສາທາລະນະແມ່ນໍ້າອາບມ້າຂອງໜອງສຸ້ຍຫູນະຄອນຄຸນໝິງ ນັກຂ່າວໄດ້ເຫັນວ່າ,ການບູລະນະລະບົບນໍ້າຂອງແມ່ນໍ້າອາບມ້າແລະການກໍ່ສ້າງສວນສາທາລະນະໃກ້ຈະສຳເລັດແລ້ວ,ກຸ່ມຮູບແກະສະຫຼັກທອງທີ່ສວຍງາມປານີດນັ້ນໄດ້ສະແດງພາບປະຫວັດສາດຂອງ“ກອງທັບອາບມ້າ”.ເຊິ່ງຖືເປັນໂຄງການບູລະນະອັນສຳຄັນໃນເຂດວັດທະນະທຳປະຫວັດສາດໜອງສຸ້ຍຫູເຂດເມືອງອູຮວາ,ພື້ນທີ່ການກໍ່ສ້າງຂອງສວນສາທາລະນະແມ່ນໍ້າອາບມ້ານີ້ແມ່ນ 18,15 ມຸ້.ໃນປັດຈຸບັນ,ໂຄງການດັ່ງກ່າວໄດ້ມາຮອດໄລຍະສຸດທ້າຍ,ພາບປະຫວັດສາດຂອງ“ກອງທັບອາບມ້າ”ຈະພົບກັບຊາວເມືອງໃນເວລາອີກບໍ່ດົນ.