ຕີຊິ້ງ:ພັດທະນາຂະແໜງການທ່ອງທ່ຽວໃນຊົນນະບົດຢ່າງຫ້າວຫັນ

2018-06-28 16:51:16 |ມາຈາກ: Yunnan Gateway

ເມືອງຕີຊິ້ງຕັ້ງຢູ່ພາກຕາເວັນຕົກສຽງເໜືອຂອງແຂວງຢຸນນານ,ໂດຍອາໄສການສະຫນັບສະຫນູນຈາກທິວທັດທຳມະຊາດແລະວັດທະນະທຳຂອງຊົນເຜົ່າທີ່ມີສີສັນ,ອາໄສຍີ່ຫໍ້“ເມືອງຊັງກຣີລາຂອງໂລກ”,ເຮັດໃຫ້ຂະແໜງການທ່ອງທ່ຽວໄດ້ຮັບການພັດທະນາຢ່າງຍືນຍົງ.

ໂດຍການແນະນຳແລ້ວຮັບຮູ້ວ່າ,ກິ່ງແຂວງຕີຊິ້ງດຽວນີ້ລວມທັງມີເຂດທ່ອງທ່ຽວລະດັບ 5 ດາວໜຶ່ງແຫ່ງ,ເຂດທ່ອງທ່ຽວລະດັບ A ຈໍານວນ 15 ແຫ່ງທີ່ລວມເຂດທ່ອງທ່ຽວລະດັບ 4 ດາວ 5 ແຫ່ງຢູ່ພາຍໃນ,ຮ້ານອາຫານທີ່ມີດາວ 92 ແຫ່ງ,ອົງການທ່ອງທ່ຽວ 46 ແຫ່ງ,ພະນັກງານທີ່ເຮັດວຽກການທ່ອງທ່ຽວໂດຍກົງເກືອບ 20 ພັນຄົນ. ໃນ“ແຜນການເສດຖະກິດສັງຄົມ 5 ປີຄັ້ງທີ່ 12”,ທົ່ວກິ່ງແຂວງໄດ້ບໍລິການນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດຈຳນວນ 62,94ລ້ານຄົນ,ເຊິ່ງໄດ້ເພີ່ມທະວີຂຶ້ນ 150% ຖ້າປຽບທຽບກັບໄລຍະ“ແຜນການເສດຖະກິດສັງຄົມ 5 ປີຄັັ້ງທີ່ 11”;ໄດ້ສຳເລັດລາຍຮັບສັງລວມຂອງການທ່ອງທ່ຽວ 42,073 ຕື້ຢວນ,ເຊິ່ງໄດ້ເພີ່ມທະວີ 173% ຖ້າປຽບທຽບກັບໄລຍະ“ແຜນການເສດຖະກິດສັງຄົມ 5 ປີຄັັ້ງທີ່ 11” ;ຍອດມູນຄ່າຂອງຂະແໜງການທ່ອງທ່ຽວທີ່ໄດ້ເພີ່ມທະວີນັ້ນໄດ້ກວມເຖິງ 16,8% ຂອງ GDP ຂອງທົ່ວກິ່ງແຂວງ.