ຮູບພາບສະບັບພິເສດຂອງເວັບໄຊຢຸນນານໃນເດືອນມິຖຸນາ

2018-07-02 16:02:03 |ມາຈາກ: Yunnan Gateway

ທີ່ສວນພຶກສາຊາດແຖບຮ້ອນສິບສອງພັນນາຂອງສະຖາບັນວິທະຍາສາດຈີນ,ໂຕແມງຫິງຫ້ອຍຈຳນວນຫຼາຍໄດ້ບິນມາຊຸມກັນຢູ່ໃນສວນ.

ໃນວັນທີ 5 ເດືອນມິຖຸນາ,ເອກອັກຄະລັດຖະທູດປະເທດອາເມລິກາປະຈຳ ສປປ ຈີນໄດ້ມາຢ້ຽມຢາມແຂວງຢຸນນານເປັນຄັ້ງທຳອິດ.

ລະດູກິນເຫັດຂອງແຂວງຢຸນນານໄດ້ມາຮອດແລ້ວ.

ສາວຊົນນະບົດກັບບ້ານເກີດເພື່ອສ້າງທຸລະກິດໃໝ່ຂອງຕົນ,ແລະໄດ້ກໍ່ສ້າງສະມາຄົມຮ່ວມມືການລ້ຽງສັດອາຊີບຂຶ້ນ.

ໃນວັນທີ 6 ເດືອນມິຖຸນາ,ເນື່ອງໃນໂອກາດ “ວັນປ່ອຍປາ”ທີ່ໃກ້ຈະມາເຖິງ,ອົງການທີ່ກ່ຽວຂ້ອງໄດ້ຈັດກິດຈະກຳປ່ອຍປາສູ່ໜອງຝູຊ່ຽນແລະໜອງຊິງຢຸນ.

ໃນວັນທີ 6 ເດືອນມິຖຸນາ,ຜູ້ແຂ່ງຂັນໄດ້ເຂົ້າຮ່ວມການແຂ່ງຂັນເຮັດວຽກປັ່ນນ້ຳປັ່ນໄຟພາກສະໜາມ.

ຄະນະຮ້ອງເພງລວມຫມູ່ຊາວນາ.

ໃນ 17 ໂມງຂອງວັນທີ 8 ເດືອນມິຖຸນາ,ການເສັງເຂົ້າມະຫາວິທະຍາໄລປະຈຳປີ 2018 ໄດ້ປິດລົງ.

ໃນວັນທີ 8 ເດືອນມິຖຸນາ,ຊາວບ້ານເມືອງສິບສອງພັນນາເກັບຫີນອຸກະບາດໄດ້.

ໃນວັນທີ 8 ເດືອນມິຖຸນາ,ຄົນຂັບລົດຜູ້ໃຈດີກຳລັງລໍຖ້ານັກຮຽນທີ່ເຂົ້າຮ່ວມການເສັງເຂົ້າມະຫາວິທະຍາໄລຂຶ້ນລົດ.

ພາບທິວທັດຕອນກາງຄືນຂອງນະຄອນເມືອງຈືຈາກມຸມສູງ.

ໃນວັນທີ 14 ເດຶອນມິຖຸນາ,ງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ່ 5 ແລະງານການຄ້າສິນຄ້າຂາເຂົ້າແລະຂາອອກຄຸນໝິງປະເທດຈີນຄັ້ງທີ່ 25 ໄດ້ເປີດສາກທີ່ສູນວາງສະແດງສາກົນຕ່ຽນສືນະຄອນຄຸນໝິງ.

ຮູບແກະສະຫຼັກແຄມທະເລສາບຕ່ຽນສື.

ພູຫິມະປາຍໝາ-ລີງສີຄຳຢຸນນານ.

  

ໃນວັນທີ 18 ເດືອນມິຖຸນາ,ກຸ່ມສຳພາດໄດ້ຂ້າມຜ່ານ“ຫໍພິພິທະພັນທຳມະຊາດ”ຂອງພູຫິມະປາຍໝາ.

  

ໃນວັນທີ 20 ເດືອນມິຖຸນາ,ຕາແສງຢາງລ່າ ເມືອງເຕີຊິນ ກິ່ງແຂວງປົກຄອງຕົນເອງໂດຍເຜົ່າທິເບດຕີຊິ້ງແຂວງຢຸນນານ.

ສັດໃນສວນສັດປ່າຢຸນນານ.

“ສູຈົ້ງກົ້ງ”ໝາຍເຖິງ“ບ່ອນບັນຈົບກັນຂອງແມ່ນໍ້າສອງສາຍ”,ເຊິ່ງຕັ້ງຢູ່ພາກເໜືອທີ່ສຸດຂອງເຂດອະນຸລັດທຳມະຊາດລະດັບຊາດພູຫິມະປາຍໝາ.

ທິວທັດຂອງໜອງສຸ້ຍຫູ.

ໃນວັນທີ 22 ເດືອນມິຖຸນາ,ມະຫາວິທະຍາໄລວິທະຍາສາດຄຸນໝິງໄດ້ຈັດພິທີຈົບການສຶກສາແລະມອບໃບປະກາດໃຫ້ແກ່ນັກສຶກສາປະຈຳປີ 2018.

ຫຼັງຈາກທີ່ຊ່ວງເຊຍຈື້(ກາງເວັນຍາວທີ່ສຸດກາງຄືນສັ້ນທີ່ສຸດ)ຜ່ານໄປແລ້ວ,ເນື່ອງຈາກວ່າຝົນຕົກຕໍ່ເນື່ອງຈຶ່ງເຮັດໃຫ້ອູນຫະພູມຂອງນະຄອນຄຸນໝິງຢູ່ໃນລະຫວ່າງ15℃-21℃,ເຮັດໃຫ້ເປັນຕົວເມືອງທີ່ເຢັນສະບາຍທີ່ສຸດ ໃນລະດູຮ້ອນຂອງທົ່ວປະເທດຈີນ.

ຜູ້ລ້ຽງແມງເຜິ້ງ ທ່ານຢູຮິນຮວາ.

ໃນວັນທີ 23 ເດືອນມິຖຸນາ,ງານຊິມປາປັກເປົ້າສົດໄດ້ຈັດຂຶ້ນທີ່ເມືອງວັດທະນະທໍາຟູປາວນະຄອນຄຸນໝິງ.

ໝາກວດຢາເສບຕິດໃນເຂດຊາຍແດນ.

ໃນຕອນເຊົ້າຂອງວັນທີ 26 ເດືອນມິຖຸນາ,ທາງດ່ວນຂອງເຈີ້ນປີໄດ້ເປີດການບໍລິການທົ່ວເສັ້ນທາງ.

ດອກບົວໃນສວນສາທາລະນະຕ້າກວນນະຄອນຄຸນໝິງໄດ້ເຂົ້າສູ່ລະດູເບັ່ງບານອີກເທື່ອໜຶ່ງ.

ໃນວັນທີ 28 ເດືອນມິຖຸນາ,ຄະນະນັກສະແດງຮູບເງົາ“ອະທຳຊະນະສິນທຳບໍ່ໄດ້”ໄດ້ມາເຖິງຄຸນໝິງ,ນັກສະແດງພ້ອມດ້ວຍຜູ້ສ້າງຮູບເງົາສອງຄົນ ທ່ານເຜີງຢູຢ້ຽນແລະນາງ ສູສິງ ໄດ້ມາເຖິງສະຖາບັນສອງແຫ່ງຄື:ມະຫາວິທະຍາໄລກະສິກຳແລະປ່າໄມ້ພາກຕາເວັນຕົກສຽງໃຕ້,ສະຖາບັນຄຸນໝິງເພື່ອພົບປະກັບບັນດາຜູ້ຊົມ.

ແກະຫີນທີ່ເຂດພູສູງຂອງເມືອງສູຈົ່ງກົ້ງ.

ແຄມແມ່ນໍ້າຈີ່ນຊ່າຂອງເມືອງສຽວຈ່າຂອງນະຄອນຈ່າວທົງໄດ້ຮອດລະດູຊົມນົກທີ່ດີທີ່ສຸດແລ້ວ.