ສຳຜັດລົດໄຟໄຕ້ດິນຂອງປະເທດຈີນທີ່ນະຄອນມຸມໄບ

2018-07-03 15:53:04 |ມາຈາກ: Yunnan Gateway

ລົດໄຟໄຕ້ດິນສາຍທີ 1 ຂອງນະຄອນມຸມໄບປະເທດອິນເດຍໄດ້ເປີດໃຊ້ຢ່າງເປັນທາງການໃນວັນທີ 8 ເດືອນມິຖຸນາ ປີ2014. ລົດໄຟໄຕ້ດິນສາຍນີ້ແມ່ນຜະລິດໂດຍ ບໍລິສັດລົດຍົນພາກກາງປູເຈີ້ນນະຄອນນານຈິ່ງຈຳກັດ,ຈຳນວນການຂົນສົ່ງໂດຍສານແຕ່ລະມື້ປະມານ 4 ແສນຄົນ.ການອອກແບບຂອງຕູ້ລົດໄຟແມ່ນກວ້າງແລະສົດໃສ,ການເຄື່ອນໄຫວຂອງລົດກໍແລ່ນດ້ວຍຄວາມໝັ້ນຄົງ, ຍັງໄດ້ຈັດສັນຕູ້ລົດສຳລັບ ແມ່ຍິງສະເພາະເພື່ອຮັບປະກັນຄວາມປອດໄພໃນການເດີນທາງຂອງເຂົາເຈົ້າ.ໃນລະຫວ່າງ 4 ປີຂອງການແລ່ນຂອງລົດໄຟໄຕ້ດິນນີ້ ບໍ່ເຄີຍປະກົດມີກໍລະນີຂັດຂ້ອງຈັກເທື່ອ.