ແນະນຳລາຍຊື່ມໍລະດົກວັດທະນະທຳນາມມະທຳຂອງນະຄອນຕີຊິ້ງ

2018-07-03 16:02:13 |ມາຈາກ: Yunnan Gateway

ຕີຊິ້ງ,ໃນຄວາມໝາຍຂອງພາສາທິເບດແມ່ນ“ສະຖານທີ່ທີ່ມີຄວາມສຸກ”,ມາເຖິງເດືອນມິຖຸນາປີ 2018,ນະຄອນຕີຊິ້ງມີມໍລະດົກວັດທະນະທຳນາມມະທຳຫຼາຍແຫ່ງຄືດັ່ງນີ້: ລະດັບຊາດ 8 ຢ່າງ,ລະດັບແຂວງ 19 ຢ່າງ,ລະດັບກິ່ງແຂວງ 106 ຢ່າງແລະລະດັບເມືອງ 80 ຢ່າງ.ໃນນັ້ນ,ມໍລະດົກວັດທະນະທຳນາມມະທຳລະດັບຊາດຈຳນວນ 8 ຢ່າງທີ່ມີລັກສະນະຕາງໜ້າທີ່ສຸດນັ້ນ,ທ່ານຮູ້ຈັກດີແລ້ວຫລືຍັງ?

“ເກີຊາສເອີ”
ປະເພດ:ວັດທະນະທຳພື້ນເມືອງ
“ເກີຊາສເອີ”ເປັນກາບກອນປະຫວັດສາດທີ່ມີບົດເນື້ອໃນຍາວທີ່ສຸດ ແລະ ເປັນກາບກອນດັ້ງເດີມສ່ອງແສງຊີວີດມະນຸດທີ່ມີເນື້ອໃນອຸດົມສົມບູນ,ຈາກການວິໄຈຢັ້ງຢືນວ່າ,ມັນໄດ້ເກີດມາປະມານ 2000 ປີແລ້ວ.

ການຟ້ອນກໍຈ່ວງ
ປະເພດ:ການຟ້ອນລຳດັ້ງເດີມ
ການຟ້ອນກໍຈ່ວງເປັນການຟ້ອນລວມໝູ່ຂອງຊົນເຜົ່າທິເບດຢ່າງໜຶ່ງ.ເມື່ອຮອດມື້ສັນວັນດີ,ຊາວເຜົ່າທິເບດກໍຟ້ອນລຳກໍຈ່ວງຂຶ້ນເພື່ອເປັນການສະເຫຼີມສະຫຼອງ.

ການຟ້ອນອ່າສືມຸກວ່າຂອງຊົນເຜົ່າລີ້ຊູ້
ປະເພດ:ການຟ້ອນລຳດັ້ງເດີມ
ການຟ້ອນອ່າສືມຸກວ່າຂອງຊົນເຜົ່າລີ້ຊູ້,ໝາຍເຖິງ“ການຟ້ອນລຳຂອງໂຕແບ້”ຫຼື“ຮຽນຮ້ອງເພງຂອງແບ້”.

ການຟ້ອນເຣີປ່າ
ປະເພດ:ການຟ້ອນລຳດັ້ງເດີມ
ຈາກການຢັ້ງຢືນຂອງຜູ້ຊ່ຽວຊານ,ການຟ້ອນລຳເຣີປ່າແມ່ນເກີດໃນສະຕະວັດທີ່ 11, ໃນລາດຊະວົງຊົ້ງເໜືອເຂດທິເບດ.ໄດ້ເຜີຍແຜ່ເຂົ້າມາໃນເຂດຕີຊິ້ງປະມານໃນໄລຍະກາງແລະຫຼັງຂອງສະຕະວັດທີ່ 11.

ສີມືການຜະລິດເຈ້ຍຂອງເຜົ່ານ້າຊີ
ປະເພດ:ຫັດຖະກຳດັ້ງເດີມ
ເຈ້ຍຕົງປາກໍເອີ້ນເປັນເຈ້ຍປາຍຕີ້ຄືກັນ,ສີມືການຜະລິດຂອງມັນພິເສດຫຼາຍ,ດຽວນີ້ມັນໄດ້ຖືກຮັກສາໄວ້ຢູ່ໃນບ້ານປາຍຕີ້ຂອງເມືອງຊັງຣີລາກິ່ງແຂວງຕີຊິ້ງ.

ເຕັກນິກການເຜົາເຄື່ອງປັ້ນດິນເຜົາສີດຳຂອງຊົນເຜົ່າທິເບດ
ປະເພດ:ຫັດຖະກຳດັ້ງເດີມ
ເຕັກນິກການເຜົາເຄື່ອງປັ້ນດິນເຜົາສີດຳຂອງຊົນເຜົ່າທິເບດເປັນຫັດຖະກຳດັ້ງເດີມຂອງຊົນເຜົ່າທິເບດ,ເຊິ່ງມີປະຫວັດສາດອັນຍາວນານຫຼາຍ.

ຢາປິ່ນປົວຂອງຊົນເຜົ່າທິເບດ
ປະເພດ:ຢາປິ່ນປົວດັ້ງເດີມ
ຢາປິ່ນປົວຂອງຊົນເຜົ່າທິເບດແມ່ນມີຊື່ສຽງອັນຍິ່ງໃຫຍ່ແລະປະຫວັດສາດທີ່ຍາວນານ,ມີສີສັນເອກະລັກຂອງຊົນເຜົ່າທີ່ແໜ້ນໜາ,ລະບົບທິດສະດີຄົບຖ້ວມ,ມາເຖິງປັດຈຸບັນໄດ້ມີປະຫວັດສາດຫລາຍກວ່າ 2000 ປີແລ້ວ.

ການເສັ່ນໄຫວ້ພູສັກສິດເໝີຍລີ
ປະເພດ:ປະເພນີດັ້ງເດີມ