ນົກຍາງ​ດຳປະ​ກົດ​ຕົວ​ຢູ່​ນະ​ຄອນ​ສື​ເຈ່ຍ​ຈ່ວງ​ແຂວງ​ເຫີ​ເປີຍ

2018-07-04 15:46:45 |ມາຈາກ: CRI

ວັນ​ທີ 1 ກໍ​ລະ​ກົດ​ນີ້​ຢູ່​ຕອນ​ແມ່​ນ້ຳ​ຮູ​ໂຖ​ອ່າງ​ນ້ຳ​​ກາງ​ນານ​ເມືອງຜິງ​ຊ່ານ​​ນະ​ຄອນ​ສື​ເຈ່ຍ​ຈ່ວງ​ແຂວງ​ເຫີ​ເປີຍ​ຂອງ​ຈີນ​ໄດ້​ພົບ​ເຫັນຝູງນົກ​ຍາງ​ດຳ, ຫຼາຍ​ມີ​ເຖິງ 12 ໂຕ, ນົກຍາງ​ດຳແມ່ນ​ສັດ​ປີກ​​ຊະ​ນິດໃຫຍ່​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ແຄມ​ນ້ຳ, ​ເປັນ​ສັດ​ອະ​ນຸ​ລັກ​ລະ​ດັບ​ຊາດ​ຂັ້ນ​ໜຶ່ງທັງ​ເປັນ​ສັດ​ປີກ​ໃກ້​ຈະ​ສູນ​ພັນ​ຂອງ​ໂລກ, ໄດ້​ຖືກ “ສົນ​ທິ​ສັນ​ຍາ​ຄ້າ​ຂາຍ​ສັດ​ແລະ​ພືດ​ທີ່​ໃກ້​ຈະ​ສູນ​ພັນ​ສ​າ​ກົນ”​ຈັດ​ເຂົ້າ​ໃນ​ລາຍ​ຊື່​ສັດ​ປີກ​ທີ່​ໃກ້​ຈະ​ສູນ​ພັນ​.