ຫວ່າງມໍ່ໆມານີ້,ສວນຊາດອກໄມ້ທີ່ຕັ້ງຢູ່ພາຍຫຼັງສວນສະຫວັນວ້ານຕາ ກິ່ງແຂວງສິບສອງພັນນາໄດ້ເປີດການບໍລິການຕໍ່ປະຊາຊົນຢ່າງເປັນທາງການ,ສວນທະເລດອກໄມ້ທີ່ມີເນື້ອທີ່ 150 ມຸ້ນັ້ນໄດ້ຖືກອ້ອມຮອບແລະຕົບແຕ່ງດ້ວຍດອກໄມ້ຫຼາຍສີຫຼາຍສັນ,ຍັງໄດ້ປູກດອກໄມ້ຫຼາຍຊະນິດຢູ່ພາຍໃນວົງ 3,2 ກິໂລແມັດ,ໄດ້ນໍາໃຊ້ວິທີການປູກເປັນຜຽນ,ເຊິ່ງດອກໄມ້ບໍ່ເຄີຍຂາດໃນສີ່ລະດູ,ຖ້າເບິ່ງຈາກມູມສູງແລ້ວສາມາດເຫັນວ່າທະເລດອກໄມ້ນີ້ເປັນຮູບມົນໄຂ່,ເຊິ່ງໄດ້ອຳນວຍບ່ອນພັກຜ່ອນຢ່ອນໃຈແລະເຂດຊົມເບິ່ງດອກໄມ້ໃຫ້ແກ່ປະຊາຊົນ.