ເຂດ​ຊິ່ນ​ຈ່ຽງ​ຂຸ້ນ​ຂ້ຽວ​ສ້າງ​ທາງຫຼວງ​ຜ່ານ​ທະ​ເລ​ຊາຍ​ສາຍ​ທີ 3

2018-07-09 15:52:06 |ມາຈາກ: CRI

ພາບນີ້​ຄື​ກຳ​ມະ​ກອນ​ຂອງ​ບໍ​ລິ​ສັດ​ກໍ່​ສ້າງ​ຄົມ​ມະ​ນາ​ຄົມ​ຈີນກຳ​ລັງ​ປູ​ຜ້າ​ຢາງໃນ​ທະ​ເລ​ຊາຍທາກ​ລີ​ມາ​ກັນ​ທີ່​ຖ່າຍ​ໃນ​ວັນ​ທີ 5 ກໍ​ລະ​ກົດ​ນີ້.

ປັດ​ຈຸ​ບັນ, ທາງຫຼວງ​ແຕ່​ເມືອງ​ເວີ້ຍ​ລີ​ຫາ​ເມືອງ​ເສ​ໂມ້​ເຂດ​ຊິ່ນ​ຈ່ຽງ​ທີ່​ຜ່ານ​ທະ​ເລ​ຊາຍນັ້ນ ກຳ​ລັງ​ຂຸ້ນ​ຂ້ຽວກໍ່​ສ້າງ​ຢ່າງ​ເຄັ່ງ​ຮ້ອນ​ແລະ​ດຳ​ເນີນ​ໄປ​ດ້ວຍ​ດີ. ທາງຫຼວງ​ເສັ້ນ​ນີ້​ມີ​ຄວາມ​ຍາວ​ທັງ​ໝົດ 300 ກວ່າ​ກິ​ໂລ​ແມັດ, ແມ່ນ​ເສັ້ນ​ທາງ​ສາຍ​ທີ 3 ທີ່​ຜ່ານ​ທະ​ເລ​ຊາຍ​ທາກ​ລີ​ມາ​ກັນ​ທີ່​ຖືກ​ຂະ​ໜານ​ນາມ​ວ່າ “ທະ​ເລ​ແຫ່ງ​ຄວາມ​ຕາຍ”. ທາງຫຼວງ​ເສັ້ນ​ນີ້ ເລີ່ມ​​ລົງ​ມືສ້າງ​ໃນ​ເດືອນ​ຕຸ​ລາ​ປີ 2017, ຫຼັງ​ຈາກ​ສ້າງ​ສຳ​ເລັດ​ແລ້ວ ຈະ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ສັນ​ຈອນ​ຂອງ​ເມືອງ​ເສ​ໂມ້​ທີ່​ຕັ້ງ​ຢູ່​​ເຂດ​ຫ່າງ​ໄກ​ສອກຫຼີກ.