ງານໝາກພິລາເມັດອ່ອນເມືອງຢົງເຊິ້ງເປີດສາກແລ້ວ

2018-08-30 15:48:49 |ມາຈາກ: Yunnan Gateway

ໃນວັນທີ 28,ງານໝາກພິລາເມັດອ່ອນເພື່ອສະເຫຼີມສະຫຼອງການປະຕິຮູບແລະເປີດປະຕູສູ່ໂລກພາຍນອກຄົບຮອບ 40 ປີຂອງເມືອງຢົງເຊິ້ງໄດ້ເປີດສາກແລ້ວ.

ງານໝາກພິລາເມັດອ່ອນເມືອງຢົງເຊິ້ງຄັ້ງນີ້ໄດ້ສືບຕໍ່ເປັນໄລຍະ 2 ມື້,ໂດຍປິ່ນອ້ອມຫົວຂໍ້ “ ເມືອງຢົງເຊິ້ງທີ່ຫ່າງໄກ,ເຕັມໄປດ້ວຍກິ່ນຫອມຂອງໝາກພີລາ”,ໄດ້ຈັດກອງປະຊຸມຄົ້ນຄວ້າການພັດທະນາຂະແໜງການໝາກໄມ້ປ່າທີ່ມີສີສັນພູພຽງຂອງເມືອງຢົງເຊິ້ງ,ຈັດຕັ້ງກິດຈະກຳການວາງສະແດງວັດທະນະທຳແລະການຂຽນໂຕໜັງສືໃຫ້ງາມ,ການວາງສະແດງຜົນງານຮູບພາບ,ການວາງສະແດງເທດສະການອາຫານ,ການຢ້ຽມຢາມສວນໝາກພີລາເມັດອ່ອນທີ່ເປັນມາດຖານຂອງເມືອງຢົງເຊິ້ງແລະກິດຈະກຳອື່ນໆ,ເຊິ່ງໄດ້ສ່ອງແສງເຖິງ ການພັດທະນາຂອງຂະແໜງການໝາກພີລາເມັດອ່ອນ ແລະ ການກໍ່ສ້າງຍີ່ຫໍ້ຂອງເມືອງຢົງເຊິ້ງໃນລະຫວ່າງໄລຍະການປະຕິຮູບແລະການເປີດປະຕູສູ່ໂລກພາຍນອກ.