ເມືອງຢ້າງປີ້ຕັ້ງຢູ່ພາກກາງຂອງກິ່ງແຂວງປົກຄອງຕົນເອງເຜົ່າປາຍຕ້າຫຼີ,ເປັນ “ບ້ານໝາກແກ່ນຂອງປະເທດຈີນ”ແລະສະຖານທີ່ແຈກຢາຍຄ້າຂາຍໝາກແກ່ນທີ່ໃຫຍ່ທີ່ສຸດໃນທົ່ວປະເທດຈີນ.ມາເຖິງປັດຈຸບັນ,ເນື້ອທີ່ການປູກຝັງໝາກແກ່ນຂອງເມືອງຢ້າງປີ້ມີເຖິງ 1.070.000ມຸ້,ຍອດຜະລິດຕະພັນເກືອບ 50.000 ໂຕນ,ຍອດມູນຄ່າຜະລິດຕະພັນສັງລວມປະມານ 1 ຕື້ຢວນ,ປະຊາຊົນ 70% ຂຶ້ນໄປໄດ້ບັນລຸການຫຼຸດພົ້ນອອກຈາກຄວາມທຸກຍາກໂດຍອີງອາໄສຂະແໜງການໝາກແກ່ນ,ຂະແໜງການໝາກແກ່ນໄດ້ກາຍເປັນຂະແໜງການສຸຂະພາບສີຂຽວທີ່ມີການກວມລວມໃຫຍ່ທີ່ສຸດ,ເປັນກຳລັງນຳພາທີ່ເຂັ້ມແຂງທີ່ສຸດແລະເປັນຂະແຫນງການທີ່ປະຊາຊົນໄດ້ຮັບຜົນປະໂຫຍດໃຫຍ່ທີ່ສຸດຂອງເມືອງຢ້າງປີ້ແລ້ວ.