“ຂົວແຫ່ງຍຸກສະໄຫມ 3 ແຫ່ງ”ປະກົດຕົວຢ່າງມີສະເໜ່

2018-10-08 17:19:12 |ມາຈາກ: Yunnan Gateway

ໃນລະຫວ່າງສັບປະດາບຸນສະເຫຼີມສະຫຼອງວັນຊາດຈີນ,ເຂດທ່ອງທ່ຽວນິເວດໝ້າກໍ້ເຫີເຂດເມືອງໝ້າຫຼົງ,ຕາແສງນ້ອຍອ່າລ່າຕີ່ງຂອງກິ່ງແຂວງປົກຄອງຕົນເອງເຜົ່າຮຸຍເຜົ່າຢີສູນຕ້ຽນໄດ້ເປີດປະຕູຕ້ອນຮັບແຂກ.“ຂົວແຫ່ງຍຸກສະໄຫມ 3 ແຫ່ງ”ຂອງທີ່ນີ້ໄດ້ປະກົດຕົວຢ່າງມີສະເໜ່ຫຼາຍ.

ທີ່ນີ້ມີຂົວ 3 ແຫ່ງທີ່ເປັນຕົວແທນຂອງ 3 ຍຸກສະໄໝແລະສ່ອງແສງເຖິງປະຫວັດສາດ 3 ຕອນຄື:ຂົວຫູ້ໂຕທີ່ໄດ້ສ້າງຂຶ້ນໃນປີ 1872(ປີທີ 46 ຂອງສະໄໝສຽນຫຼົງລາດຊະວົງຊິງ),ຂົວເສັ້ນທາງລົດໄຟສູ້ຄຸນທີ່ສ້າງຂຶ້ນໃນປິ 1937 ແລະຂົວຫຼຽນຊິນທີ່ສ້າງຂຶ້ນໃນປີ 2004.ຂົວຫູ້ໂຕເປັນການສິ້ນສຸດຂອງປະຫວັດສາດກຸ່ມຂົນສົ່ງເຄື່ອງຂ້າມແມ່ນໍ້າໂດຍມ້າ,ຂົວເສັ້ນທາງລົດໄຟສູ້ຄຸນໄດ້ລິເລີ່ມປະຫວັດສາດການຂົນສົ່ງດ້ວຍເສັ້ນທາງລົດໄຟຈາກນະຄອນຄຸນໝິງເຖິງນະຄອນສູ້ຈິ້ງ,ຂົວຫຼຽນຊິນໄດ້ເຊື່ອມໂຍງເສັ້ນທາງຂອງບ້ານໝ້າກໍ້ເຫີແລະບ້ານໂຫຼສືຊົນ.ຂົວ 3 ແຫ່ງນີ້ໄດ້ຈັດຢ່າງເປັນລະບຽບ,ເຊິ່ງຄົນ ມັກເອີ້ນເປັນ “ຂົວແຫ່ງຍຸກສະໄຫມ 3 ແຫ່ງ”.