ການທ່ອງທ່ຽວແຂວງຢຸນນານໃນຍາມວັນພັກຂອງການສະເຫຼີມສະຫຼອງວັນຊາດຈີນມີຈຸດພົ້ນເດັ່ນຫຼາຍ

2018-10-09 16:34:22 |ມາຈາກ: Yunnan Gateway

ວັນພັກຂອງການສະເຫຼີມສະຫຼອງວັນຊາດຈີນປີນີ້,ແຂວງຢຸນນານໄດ້ໃຫ້ການບໍລິການຕໍ່ນັກທ່ອງທ່ຽວຈຳນວນ 22.38 ລ້ານເທື່ອຄົນໃນລະຫວ່າງ 7 ມື້,ເຊິ່ງໄດ້ເພີ່ມຂຶ້ນ 19,95% ເມື່ອປຽບທຽບກັບໃນໄລຍະດຽວກັນ;ໄດ້ບັນລຸລາຍຮັບດ້ານການທ່ອງທ່ຽວ 17,674 ຕື້ຢວນ,ເຊິ່ງໄດ້ເພີ່ມທະວີຂຶ້ນ 40,6% ເມື່ອປຽບທຽບກັບໃນໄລຍະດຽວກັນ;ຕະຫຼາດຂອງການທ່ອງທ່ຽວຍາມວັນພັກຟົດຟື້ນແລະໝັ້ນຄົງ ແລະ ປະກົດມີຈຸດພົ້ນເດັ່ນອອກມາຫຼາຍ.

ການທີ່ເປັນໜຶ່ງໃນສະຖານທີ່ປາຍທາງຂອງການທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດ,ວັນພັກວັນຊາດຈີນປີນີ້,ການທ່ອງທ່ຽວຂອງແຂວງຢຸນນານມີຄວາມຟົດຟື້ນຫຼາຍ,ຈຸດພົ້ນເດັ່ນອັນໃໝ່ກໍຫຼາຍ.

ໃນວັນທີ 1 ເດືອນຕຸລາ, APP “ທ່ຽວແຂວງຢຸນນານ”ໄດ້ອອນລາຍແລະເຄື່ອນໄຫວຢ່າງເປັນທາງການ.

ເຄືອຂ່າຍລົດໄຟຄວາມໄວສູງທີ່ນັບມື້ນັບສົມບູນນັ້ນໄດ້ອຳນວຍຮູບແບບການເດີນທາງທີ່ນັບມື້ນັບຫຼາກຫຼາຍໃຫ້ແກ່ນັກທ່ອງທ່ຽວ,ບົດບາດການຊຸກຍູ້ການທ່ອງທ່ຽວຂອງລົດໄຟຄວາມໄວສູງແມ່ນພົ້ນເດັ່ນຫຼາຍ.

ໂດຍອີງອາໄສທ່າແຮງທີ່ພິເສດຂອງສະຖານທີ່ຕັ້ງ, ໃນວັນພັກຂອງວັນຊາດຈີນ,ສະເລ່ຍ ຈຳນວນນັກທ່ອງທ່ຽວຕໍ່ມື້ທີ່ໄປທ່ຽວເຂດຊາຍແດນໃນ 1 ວັນໄດ້ກາຍກວ່າ 20.000 ເທື່ອຄົນ.

ລະດັບຄວາມກວ້າງຂວາງແລະລະດັບຄວາມເລິກຂອງການທ່ອງທ່ຽວແບບເຊື່ອມໂຍງເຊິ່ງກັນແລະກັນໄດ້ຍົກສູງຂຶ້ນ.

ເສັ້ນທາງການທ່ອງທ່ຽວທີ່ສວຍງາມກັບການຂັບລົດທ່ຽວເອງ ມີຄື:ຄຸນໝິງຫາບັງກອກ,ພູຊາງຊ່ານຫາທະເລສາບເອີໄຮ,ເຣີໄຮທີ່ຢູ່ຊາຍແດນພາກຕາເວັນຕົກຂອງແຂວງຢຸນນານ,ບ້ານຊາເປັນຕົ້ນໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວຢ່າງຫຼວງຫຼາຍ.

ກຳລັງການຮັບປະກັນຂອງລະບົບຄຸ້ມຄອງກວດກາສັງລວມຂອງການທ່ອງທ່ຽວໄດ້ເພີ່ມທະວີຄວາມເຂັ້ມແຂງກວ່າເກົ່າ.