ຄຳວ່ານີໂຫຼ,ໃນຄວາມໝາຍຂອງພາສາທິເບດແມ່ນ “ສະຖານທີ່ຖືກແສງອາທິດສ່ອງແສງ”.ຕັ້ງຢູ່ເຂດພູຫິມະຮາປ່າທີ່ເປັນມໍລະດົກໂລກທາງດ້ານທຳມະຊາດທີ່ມີ “ແມ່ນໍ້າ 3 ສາຍໄຫຼມາລວມກັນ”,ເປັນເຂດນໍາໃຊ້ອັນເປັນມູນເຊື້ອຂອງສວນສາທາລະນະແຫ່ງຊາດພູຕາຊໍ້.ບ້ານນີໂຫຼເປັນບ້ານຊົນເຜົ່າທິເບດບ້ານໜຶ່ງທີ່ຂຶ້ນກັບຕາແສງໂລ້ຈີນະຄອນຊັງເກີຣີລາແຂວງຢຸນນານ,ລວມມີກຸ່ມບ້ານນ້ອຍ 3 ບ້ານ, 123 ຄອບຄົວທີ່ມີປະຊາກອນທັງຫມົດ 600 ກວ່າຄົນ.