ຫວ່າງມໍ່ໆມານີ້,ກິດຈະກຳ “ທົວຮ້ອຍຄົນຈາກແຂວງຢຸນນານໄປທ່ຽວປະເທດລາວ”ໄດ້ລິເລີ່ມຂຶ້ນທີ່ສະໜາມບິນສາກົນສາງສຸຍນະຄອນຄຸນໝິງ.ໃນວັນດຽວກັນ,ນັກທ່ອງທ່ຽວ 118 ຄົນໄດ້ຂີ່ຍົນເດີນທາງຈາກຄຸນໝິງໄປສູ່ປະເທດລາວ,ເລີ່ມຕົ້ນການທ່ອງທ່ຽວໄລຍະ 5 ມື້ 4 ຄືນ.
ໂດຍການແນະນຳຈາກຜູ້ຮັບຜິດຊອບຂອງພະແນກວັດທະນະທຳການທ່ອງທ່ຽວຂອງແຂວງຢຸນນານທີ່ກ່ຽວຂ້ອງແລ້ວ,ກິດຈະກຳຄັ້ງນີ້ໄດ້ຖືໂອກາດທີ່ວ່າປີນີ້ເປັນ “ປີການທ່ອງທ່ຽວລາວ”,ຈຸດປະສົງແມ່ນເພື່ອສະແດງແລະນຳສະເຫນີຊັບພະຍາກອນແລະສະຖານທີ່ທ່ອງທ່ຽວຂອງປະເທດລາວແລະແຂວງຢຸນນານໃຫ້ດີກວ່າເກົ່າ,ສົ່ງເສີມຈຳນວນນັກທ່ອງທ່ຽວຂອງສອງຝ່າຍໃຫ້ໄປມາຫາສູ່ກັນໃຫ້ຫລາຍຂຶ້ນ,ສ້າງເວທີໃນການຊົມໃຊ້ຊັບພະຍາກອນຂໍ້ມູນຮ່ວມກັນ,ຂະຫຍາຍພື້ນທີ່ຕະຫຼາດການທ່ອງທ່ຽວຂອງສອງປະເທດ,ບັນລຸເປົ້າຫມາຍຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ.