ງານລ້ຽງທີ່ຖະໜົນຍາວຂອງຊົນເຜົ່າຮານີ

2018-11-19 11:36:23 |ມາຈາກ: Yunnan Gateway

ໃນວັນທີ 29 ເດືອນພະຈິກ,ເມືອງລູ້ຊົນຂອງກິ່ງແຂວງປົກຄອງຕົນເອງເຜົ່າຮານີແລະເຜົ່າຢີຫົງເຫີແຂວງຢຸນນານຈະຈັດງານລ້ຽງມະໂຫລານທີ່ຖະໜົນຍາວຂອງຊົນເຜົ່າຮານີ 4000 ກວ່າໂຕະ,ເພື່ອສະເຫຼີມສະຫຼອງການເກັບກ່ຽວອັນອຸດົມສົມບູນຮ່ວມກັບນັກທ່ອງທ່ຽວ,ສຳຜັດວັດທະນະທຳດັ້ງເດີມ,ແລະຕ້ອນຮັບປີຕຸລາຂອງເຜົ່າຮານີ.

ອີງຕາມວິທີການນັບປີຂອງປະຕິທິນດັ້ງເດີມເຜົ່າຮານີ,ຊາວເຜົ່າຮານີກຳນົດເອົາວັນ “ມັງກອນ”ທຳອິດຂອງເດືອນຕຸລາໃນປະຕິທິນຈັນທະຄະຕິຂອງແຕ່ລະປີເປັນການເລີ່ມຕົ້ນຂອງປີໃໝ່,ເໝືອນກັນກັບວັນທີ 1 ເດືອນມັງກອນໃນປະຕິທິນຈັນທະຄະຕິເຊິ່ງເປັນບຸນກຸດຈີນຂອງຊົນເຜົ່າຮ້ານ.ງານລ້ຽງທີ່ຖະໜົນຍາວກໍເປັນໜຶ່ງໃນປະເພນີຂອງ “ປີຕຸລາ”ຂອງຊົນເຜົ່າຮານີ,ຈຶ່ງເຕັມໄປດ້ວຍຄວາມຫວັງໃນການສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ຄວາມຢູ່ດີມີແຮງແລະຄວາມສຸກຂອງປະຊາຊົນ.ຜ່ານການອອກແຮງງານອັນດຸໝັ່ນໃນໜຶ່ງປີ,ການເກັບກ່ຽວຂອງຄອບຄົວຊາວເຜົ່າຮານີແມ່ນອຸດົມສົມບູນ,ເພື່ອຮ່ວມແບ່ງປັນຜົນສຳເລັດກັບຄົນອື່ນ,ວັນທີ 5 ຂອງ “ປິຕຸລາ”ຈຶ່ງຕ້ອງມີການ “ເປີດປະຕູຂອງປີ”,ໃນວັນນີ້ຈະນໍາເອົາເຄື່ອງເກັບກ່ຽວຂອງແຕ່ລະຄອບຄົວມາເຮັດເປັນອາຫານຕ່າງໆແລະຈັດເປັນງານລ້ຽງທີ່ຖະໜົນຍາວ,ໃຫ້ຊາວບ້ານໄດ້ຊິມ,ໃຫ້ແຂກທີ່ມາຈາກແດນໄກໄດ້ກິນນຳກັນ,ອັນນີ້ຈຶ່ງເອີ້ນວ່າງານລ້ຽງທີ່ຖະໜົນຍາວ.