ກິດຈະກຳຄັ້ງນີ້ໄດ້ປິ່ນອ້ອມຫົວຂໍ້ “ຊິມເຕົ້າຮູ້ທີ່ມີລົດຊາດຫຼາກຫຼາຍ,ສົ່ງເສີມວັດທະນະທຳມໍລະດົກນາມມະທຳ”,ຍົກກຳລັງອິດທິພົນຍີ່ຫໍ້ການທ່ອງທ່ຽວວັດທະນະທຳເຕົ້າຮູ້ຂອງຊີປູ້ສາງເຂດເມືອງເສິງກົ້ງໃຫ້ສູງຂຶ້ນກວ່າເກົ່າໂດຍການຈັດຕັ້ງບຸນທ່ອງທ່ຽວດັ່ງກ່າວ,ຊຸກຍູ້ວັດທະນະທຳອາຫານການກິນຂອງຄຸນໝິງດັ້ງເດີມ ການທ່ອງທ່ຽວທາງນິເວດ ການທ່ອງທ່ຽວຊົນນະບົດແລະວັດທະນະທຳທີ່ມີສີສັນພິເສດໃຫ້ພັດທະນາຢ່າງວ່ອງໄວ,ເພື່ອສະແດງໂສມໜ້າອັນໃໝ່ຂອງເຂດເມືອງເສິງກົ້ງເຊິ່ງເປັນເຂດເມືອງໃໝ່ຂອງນະຄອນຄຸນໝິງ,ຊຸກຍູ້ການກໍ່ສ້າງ “ເຂດເມືອງໃໝ່ທີ່ມີຄວາມປະດິດຄິດສ້າງໃໝ່ໃນດ້ານວິທະຍາສາດແລະດ້ານການສຶກສາ”.