ການທັດສະນະສຶກສາການຮ່ວມມືດ້ານການທ່ອງທ່ຽວລະຫວ່າງຕົວເມືອງແມ່ນໍ້າລ້ານຊ້າງແມ່ນໍ້າຂອງດ້ວຍການຂັບລົດເອງພາກສ່ວນສາກົນໄດ້ເລີ່ມຂຶ້ນແລ້ວ

2018-12-10 17:31:30 |ມາຈາກ: Yunnan Gateway

ໃນວັນທີ 9 ທັນວາ,ກຸ່ມການທັດສະນະສຶກສາການຮ່ວມມືດ້ານການທ່ອງທ່ຽວລະຫວ່າງຕົວເມືອງແມ່ນໍ້າລ້ານຊ້າງແມ່ນໍ້າຂອງດ້ວຍການຂັບລົດເອງພາກສ່ວນສາກົນໄດ້ເດີນທາງຈາກແຂວງຢຸນນານ,ເລີ່ມການທັດສະນະສຶກສາຢູ່ທີ່ປະເທດລາວ ມຽນມ້າແລະໄທທີ່ສືບຕໍ່ເປັນໄລຍະ 12 ວັນ.

ໃນໄລຍະການທັດສະນະສຶກສາ,ກຸ່ມດັ່ງກ່າວຈະເດີນທາງໄປເຖິງຫຼວງພະບາງ ວັງວຽງແລະນະຄອນຫຼວງວຽງຈັນປະເທດລາວ;ຂອນແກ່ນ, ພິສະນຸໂລກ, ຊຽງໃຫມ່ຂອງປະເທດໄທ;ຢາງກຸ້ງ ວິຊາງຂອງປະເທດມຽນມາແລະອື່ນໆ,ເພື່ອສຶກສາສະພາບດ້ານຊັບພະຍາກອນການທ່ອງທ່ຽວ ການກໍ່ສ້າງໂຄງລ່າງພື້ນຖານ ການພັດທະນາຂະແໜງການການທ່ອງທ່ຽວ ເສັ້ນທາງຂັບລົດເອງ ຂັ້ນຕອນການຂ້າມຜ່ານຊາຍແດນແລະດ້ານອື່ນໆຂອງຕົວເມືອງເຫຼົ່ານີ້.ພ້ອມດຽວກັນນັ້ນ,ກຸ່ມດັ່ງກ່າວຍັງຈະແລກປ່ຽນຄວາມຄິດຄວາມເຫັນຢ່າງລົງເລິກກັບອົງການລັດຖະບານແຫ່ງຊາດ ວິສາຫະກິດການທ່ອງທ່ຽວ ສະພາການຄ້າແລະມະຫາວິທະຍາໄລລະດັບສູງຂອງປະເທດທີ່ກ່ຽວຂ້ອງເຫຼົ່ານີ້,ເພື່ອຮັບຮູ້ຄວາມຕ້ອງການການຮ່ວມມືຂອງແຕ່ລະຝ່າຍແລະສະເໜີຄວາມຄິດເຫັນຕໍ່ບັນຫາແລະຄວາມຫຍຸ້ງຍາກໃນການທັດສະນະສຶກສາທີ່ພົບພໍ້ຢ່າງມີລັກສະນະເນັ້ນໃສ່.