ວິທີການແຕ່ງແຈ່ວໝາກເຜັດຮຶນ

2018-04-04 17:07:27 |ມາຈາກ: Yunnan Gateway

ເຄື່ອງປຸງແຕ່ງ:ຜັກບົ່ວ,ຫອມປ້ອມ,ຫົວກະທຽມ,ໝາກເຜັດ,ນໍ້າເຢັນ ນໍ້າມັນຮ້ອນ

ຂັ້ນຕອນການປຸງ:

1.ໃສ່ຜັກບົ່ວແລະຫອມປ້ອມລົງລວກໃນນໍ້າຟົດ,ແລ້ວເອົາອອກມາແຊ່ໃສ່ໃນນໍ້າເຢັນທັນທີແລະໃຫ້ຜັກເຢັນກ່ອນ. ຫຼັງຈາກນັ້ນ,ພະຍາຍາມຊອຍຜັກຢ່າງເຕັມທີ່,ບີບມັນຈົນບໍ່ມີນໍ້າແລ້ວເອົາສັນພ້າຟັກໃຫ້ມຸ່ນ,ແລ້ວເອົາຜ້າຕາຫນ່າງມາຕອງເພື່ອບີບນໍ້າອອກ.

2.ໃຊ້ນ້ຳມັນຮ້ອນເຮັດໃຫ້ຫົວກະທຽມມີກິ່ນອອກມາ,ແລ້ວເອົາຜັກບົ່ວ, ຫອມປ້ອມ ໝາກເຜັດແລະ ກະທຽມສັບລົງໃນຖ້ວຍຫລັງຈາກນັ້ນປົ່ນໃຫ້ເຕັມທີ່.

3.ໃສ່ເກືອ,ພິກໄທແລະນໍ້າຕານໜ້ອຍໜຶ່ງ,ໃສ່ນໍ້າມັນຮ້ອນເພື່ອລວກຈຳນວນຫນ້ອຍໜຶ່ງ,ທັງລວກທັງປົ່ນໄປພ້ອມກັນຢ່າງສະຫມ່ຳສະເຫມີ,ເຮັດແນວນີ້ຊ້ຳໄປມາປະມານ 5、6ຄັ້ງ.