ປາຄໍ່ແຜ່ນໂຮຍຫນ້າຫມາກເຜັດ

2018-05-16 15:44:50 |ມາຈາກ: Yunnan Gateway

ເຄື່ອງປຸງແຕ່ງ:
ປາຄໍ່,ຂີງ,ຜັກບົ່ວ,ຜັກທຽມ,ເກືອ,ຜົງໝາກເຜັດບົດ,ຜົງໄກ່,ເຫຼົ້າສຳລັບແຕ່ງກິນ,ໄຂ່ຂາວ,ໝາກຖົ່ວງອກ,ຜັກຫອມ,ນໍ້າມັນສີແດງ

ຂັ້ນຕອນ:

1.ເອົາກ້າງປາອອກແລະຕັດເປັນແຜ່ນ,ໃສ່ນໍ້າບີບຮີດ, ຫຼັງຈາກນັ້ນເອົາຂີງ,ຜັກບົ່ວ,ຜັກທຽມ,ເກືອ,ຜົງໝາກເຜັດບົດ,ຜົງໄກ່,ເຫຼົ້າສຳລັບແຕ່ງກິນ,ໄຂ່ຂາວປະສົມເຂົ້ານຳກັນແລະເອົາມາເອືອບໜຶ່ງຊົ່ວໂມງ.

2.ຕັກໝາກຖົ່ວງອກ,ຜັກຫອມໃສ່ໃນຖ້ວຍໃຫ້ຮຽບຮ້ອຍ,ເອົາຫົວປາ ຫາງປາແລະກະດູກປາມາຕົ້ມແກງ, ຢູ່ໃນແກງໃສ່ຂີງຈຳນວນໜຶ່ງ,ຫຼັງຈາກແກງສຸກແລ້ວຈິ່ງຄ່ຽນໃສ່ເທິງຜັກ.

3.ແຜ່ນຊີ້ນປາວາງຢູ່ເທິງກະດູກປາ,ຫວ່ານໝາກເຜັດຂຽວແລະໝາກເຜັດບົດປົກໄວ້.

4.ຫຼັງຈາກນໍ້າມັນຮ້ອນແລ້ວຈຶ່ງຫວ່ານໝາກເຜັດບົດແລະໝາກເຜັດໄວ້,ຫຼັງຈາກສຽງຂອງນໍ້າມັນຄ່ອຍໆຫຼຸດລົງແລະມີຄວັນປິວຂຶ້ນມາແລ້ວ,ຈິ່ງເອົານໍ້າມັນລິນໃສ່ເທິງຊີ້ນປາທັນທີ.