ການແຂ່ງຂັນກິລາລະຫວ່າງປະເທດແມ່ນໍ້າລ້ານຊ້າງແມ່ນໍ້າຂອງ

2018-06-04 16:01:04 |ມາຈາກ: Yunnan Gateway

ຫວ່າງມໍ່ໆມານີ້,ການແຂ່ງຂັນກິລາມິດຕະພາບແມ່ນໍ້າລ້ານຊ້າງແມ່ນໍ້າຂອງຄັ້ງທີ່ 2 ປະຈຳປີ 2018 ພ້ອມດ້ວຍສັບປະດາແລກປ່ຽນວັດທະນະທຳການກິລານັກສຶກສາຂອງປະເທດອາຊິອາຄະເນແລະປະເທດອາຊີໃຕ້ຄັ້ງທີ່ 4 ໄດ້ຈັດຂຶ້ນຢູ່ມະຫາວິທະຍາໄລວິທະຍາສາດຄຸນໝິງ.

ມີນັກສຶກສາຈຳນວນ 500 ກວ່າຄົນທີ່ປະກອບເປັນ 29 ຄະນະແລະຈາກມະຫາວິທະຍາໄລ 28 ແຫ່ງທີ່ມາຈາກ ພາຍໃນແລະຕ່າງປະເທດກໍຄື ປະເທດອິນເດຍ ລາວ ບັງກະລາເທດ ໄທ ຫວຽດນາມ ສິງກະໂປ ມາເລເຊຍແລະປະເທດອື່ນໆກໍໄດ້ເຂົ້າຮ່ວມ,ເຊິ່ງໄດ້ດຳເນີນການແຂ່ງຂັນເຕະບານຊາຍ,ການແຂ່ງຂັນບານສົ່ງຊາຍແລະບານສົ່ງຍິງ ຈຳນວນ 3 ລາຍການ ແລະ ກິດຈະກຳທັດສະນະສຶກສາແລກປ່ຽນວັດທະນະທຳ.