ຟົດຟື້ນຫຼາຍ!ມື້ນີ້ມາຊົມເບິ່ງວິດີໂອ “ໜຶ່ງນາທີຂອງແຂວງຢຸນນານ”

2018-10-08 17:24:00 |ມາຈາກ: Yunnan Gateway

ເລີ່ມຕັ້ງແຕ່ວັນທີ 1 ຕຸລາ,ສູນກາງສື່ມວນຊົນໃໝ່ຂອງໜັງສືພິມປະຊາຊົນແລະກົມບໍລິຫານເຄືອຂ່າຍອິນເຕີເນັດຂອງຫ້ອງການຄວາມປອດໄພອິນເຕີເນັດເຄື່ອນທີ່ແລະຂໍ້ມູນຂ່າວສານຂັ້ນສູນກາງພັກກອມມູນິດຈີນໄດ້ຮ່ວມເຜີຍແຜ່ວິດີໂອສັ້ນ “ໜຶ່ງນາທີຂອງປະເທດຈີນ • ເຂດທ້ອງຖິ່ນ”ຢ່າງເປັນລະບົບ.ໃນວັນສຸດທ້າຍຂອງສັບປະດາວັນຊາດຈີນ, ວິດີໂອ“ໜຶ່ງນາທີຂອງແຂວງຢຸນນານ”ໄດ້ເຜີຍແຜ່ອອກຢ່າງເປັນທາງການ.

ວິດີໂອ “ໜຶ່ງນາທີຂອງແຂວງຢຸນນານ”ໄດ້ປິ່ນອ້ອມຫົວຂໍ້ຂອງການປະຕິຮູບແລະການເປີດປະຕູສູ່ໂລກພາຍນອກຂອງຈີນຄົບຮອບ 40 ປີ,ເຊິ່ງໄດ້ຖ່າຍໃຫ້ເຫັນແມ່ລໍ້າລຳເຊແລະພູເຂົາທີ່ສວຍງາມ,ປະເພນີທີ່ມີສີສັນຫຼາກຫຼາຍ,ທີ່ດິນທີ່ອຸດົມສົມບູນ,ຂະແໜງການທີ່ມີສີສັນ,ພະລັງງານສີຂຽວ,ການເປີດປະຕູສູ່ໂລກພາຍນອກແລະການຊ່ວຍເຫຼືອເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ,ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມສະຫງ່າງາມອັນຍິ່ງໃຫຍ່ຂອງ “ແຂວງຢຸນນານທີ່ມີສະເໜ່ ທົ່ວໂລກຮ່ວມກັນເຊີຍຊົມ”ຢ່າງເຕັມທີ່.

ບາໂຄດເພື່ອເຂົ້າຊົມທາງອອນລາຍ