"ບຸນເທບພະເຈົ້າປາກກືກ" ສີສັນລະດູບານໃຫມ່ຂອງນານຈ້ຽນເມືອງຕ້າຫລີ

2018-03-27 17:04:17 |ມາຈາກ: Yunnan Gateway

  ລະດູບານໃໝ່ໃນເດືອນມີນາ,ເຂດປົກຄອງຕົນເອງເຜົ່າຢີເມືອງນານຈ້ຽນ,ເຂດປົກຄອງຕົນເອງເຜົ່າປ໋າຍເມືອງຕ້າຫຼີໄດ້ຕ້ອນຮັບບຸນປະເພນີທີ່ສືບທອດກັນມາ "ບຸນເທບພະເຈົ້າປາກກືກ",ປະຊາຊົນໃນແຕ່ລະທ້ອງຖິ່ນໄດ້ນຸ່ງເຄື່ອງນຸ່ງອັນສວຍສົດງົດງາມແລະເຕົ້າໂຮມກັນຢູ່ບ້ານກ້າຍຫວະຊາ,ເຂົາເຈົ້າໄດ້ຈູດກອງໄຟຂຶ້ນ, ເປົ່າແຄນ, ຮ້ອງເພງແລະຟ້ອນລຳຂຶ້ນເພື່ອຂໍພອນໃຫ້ອາກາດດີຝົນຟ້າຕົກຕາມລະດູການ, ໄດ້ຮັບຜົນຜະລິດກະສິກຳເຕັມເມັດເຕັມຫນ່ວຍ , ສັດສາວາສິ່ງຈະເລີນເຕີບໂຕ.

  "ບຸນເທບພະເຈົ້າປາກກືກ" ຂອງເມືອງນານຈ້ຽນທັງມີປະຫວັດສາດທີ່ຍາວນານ ທັງມີເອກະລັກວັດທະນະທຳຂອງທ້ອງຖິ່ນ.ພ້ອມກັນນັ້ນ, "ບຸນເທບພະເຈົ້າປາກກືກ" ໝາຍເຖິງການເລີ່ມຕົ້ນຂອງວຽກເຮັດໄຮ່ໄຖນາໃນະດູບານໃໝ່.ຫຼັງຈາກບຸນນີ້ໄດ້ສິ້ນສຸດແລ້ວ,ປະຊາຊົນກໍເລີ່ມເຮັດວຽກໄຮ່ນາແລະທຳການຜະລິດຢ່າງເປັນປົກກະຕິ.

  ນັກຂ່າວເວັບໄຊຢຸນນານ: ຈືຈື້ຫົງ ຢາງສູນປໍ່ ຄາງຢາຈວນ