ຮູບແບບການຊື້ສິນຄ້າແບບຂ້າງເຮືອນນັບມື້ນັບໄດ້ຮັບຄວາມນິບຍົມຊົມຊອບ,ຮ້ານຂາຍເຄື່ອງແບບຊຸມຊົນອີກຮ້ານໜຶ່ງໄດ້ມາສ້າງຕັ້ງຢູ່ຄຸນໝິງແລ້ວ

2018-04-04 17:13:53 |ມາຈາກ: Yunnan Gateway

ຕົວເມືອງໄດ້ປ່ຽນແປງຄວາມລຶ້ງເຄີຍການໃຊ້ຈ່າຍຂອງຄົນເຮົາ,ນັບມື້ນັບມີຫຼາຍຄົນຫວັງວ່າພວກເຮົາຈະສາມາດຊື້ເຄື່ອງໃຊ້ໃນຊີວິດປະຈຳວັນຢູ່ລຸ່ມເຮືອນຂອງຕົນ,ສະນັ້ນ,ຮ້ານຂາຍເຄື່ອງແບບຊຸມຊົນຈຶ່ງຄ່ອຍໆສາມາດແຂ່ງຂັນກັບຮ້ານຊູເປີມາເກັດຂະຫນາດໃຫຍ່ໄດ້ແລ້ວ,ແລະກາຍເປັນສິ່ງທີ່ໄດ້ຮັບຄວາມຊົມຊອບຈາກຂະແໜງການຂາຍຍ່ອຍ.

ໃນວັນທີ3ເດືອນເມສາ,ມີຮ້ານຂາຍເຄື່ອງແບບຊຸມຊົນອີກຮ້ານໜຶ່ງໄດ້ຈັດຕັ້ງຢູ່ຄຸນໝິງແລ້ວ,ຮ້ານຂາຍນີ້ມີຫົວຂໍ້ທີ່ວ່າ:“ຮ້າຍຂາຍເຄື່ອງຂ້າງເຮືອນທີ່ສາມາດໄວ້ວາງໃຈໄດ້”,ຊື່ຂອງມັນກໍແມ່ນ“ການຊື້ເຄື່ອງຂ້າງເຮືອນ”.ຕາມການຮັບຮູ້ແລ້ວວ່າ,ຮ້ານຂາຍເຄື່ອງນີ້ຈະນຳໃຊ້ຮູບແບບ“ສະດວກ+ສົດ”ທີ່ປະຊາຊົນມັກ,ມີໝາກໄມ້ ຜັກ ນໍ້າມັນ ເຂົ້າສານແລະສິນຄ້າອື່ນໆ, ສາງເກັບຮັກສາປະເພດເຄື່ອງສົດມີເຖິງ300ປະເພດ.ຜູ້ຮັບຜິດຊອບຂອງບໍລິສັດໄດ້ແນະນຳວ່າ,ມີແຜນການຈະເປີດຮ້າຍຂາຍແບບນີ້ຈຳນວນ200ແຫ່ງໃນອະນາ
ຄົດ, ແລະຈະອຳນວຍຄວາມສະດວກສະບາຍໃນການຊື້ເຄື່ອງຂອງຊາວເມືອງໃຫ້ຫລາຍຂຶ້ນ.