ສົມພໍ!ຄົນສະໄໝບູຮານແມ່ນສະຫຼອງວັນຊິງໝິງຄືແບບນີ້,ແຕ່ວ່າຄົນຍຸກໃຫມ່ເຮົາ ຍິ່ງສະຫຼອງແບບ……

2018-04-04 18:46:39 |ມາຈາກ: Yunnan Gateway

  ວັນຊິງໝິງ(ຫລືວັນເຊັງເມັ້ງ) ເປັນໜຶ່ງໃນບຸນປະເພນີຂອງປະເທດຈີນ,ທັງເປັນໜຶ່ງໃນບຸນເຊັ່ນໄຫວ້ບູຊາອັນສຳຄັນຄືກັນ, ເປັນວັນທີ່ໄຫວ້ບັນພະບູລຸດແລະປັດກວາດສຸສານ.ວັນຊິງໝິງກຳເນີດຂຶ້ນໃນຊ່ວງປະມານສະໄໝລາດຊະວົງໂຈ່, ມາຮອດປັດຈຸບັນມີປະຫວັດສາດທີ່ຍາວນານເຖິງສອງພັນຫ້າຮ້ອຍປີແລ້ວ.

  ວັນຊິງໝິງເປັນໜຶ່ງໃນບຸນເຊັ່ນໄຫວ້ບູຊາອັນສຳຄັນທີ່ສຸດ,ເປັນວັນທີ່ຄົນຈີນໄຫວ້ແລະປັດກວາດສຸສານບັນພະບູລຸດຂອງຕົນ.ແຕ່ໃນມື້ນີ້,ອີງຕາມປະເພນີທີ່ປະຕິບັດສືບຕໍ່ກັນມາກໍເປັນມື້ທີ່ສະມາຊິກທັງຫມົດຂອງຄອບຄົວໄປທ່ຽວນອກຄືກັນ.ກິດຈະກຳຂອງວັນຊິງໝິງສ່ວນຫຼາຍປະກອບດ້ວຍກິດຈະກຳດັ່ງລຸ່ມນີ້:

ປັດກວາດສຸສານ

ໄປທ່ຽວນອກ

ຫຼິ້ນວ່າວ

ຫຼິ້ນຊິງຊ້າ

ປູກຕົ້ນໄມ້

ກິນເຂົ້າໜົມສີຂຽວທີ່ເຮັດດ້ວຍແປ້ງເຂົ້າໜຽວແລະຜັກປ່າ

ຍິງຕົ້ນຫຼິວ

ເຕະກະຕໍ້

ສ່ວນຄົນຍຸກໃຫມ່ແມ່ນສະຫຼອງວັນຊິງໝິງແບບໃດແດ່?
ເຖິງແມ່ນວ່າຈະມີກິດຈະກຳ ການປັດກວາດສຸສານ,ການປູກຕົ້ນໄມ້,ການໄປທ່ຽວນອກແລະອື່ນໆກໍຕາມ,ແຕ່ວ່າການເຊັ່ນໄຫວ້ແລະການທ່ຽວນອກຂອງເຮົາກໍ່ມີການປ່ຽນແປງໃໝ່ແລ້ວ.

ມີຄວາມສີວິໄລກວ່າ:ໃຊ້ດອກໄມ້ເພື່ອລະນຶກເຖິງບັນພະບູລຸດ

ດີໃຈກວ່າ:ຍ້ອນວ່າໄດ້ພັກສາມມື້

ສະດວກກວ່າ:ຍ້ອນວ່າທາງດ່ວນທັງໝົດບໍ່ຕ້ອງເສຍຄ່າທຳນຽມ

  ນັກຂ່າວ ໂຈ່ຕົ່ງຢານ