ຍ່າງເຂົ້າສູ່ເມືອງເຫມິງໄຮແຂວງຢຸນນານ ໄຂຄວາມລັບຂອງຂັ້ນຕອນການຜະລິດຊາດິບເມືອງພູເອີ

2018-04-08 17:24:26 |ມາຈາກ: Yunnan Gateway

  ຊາໃນລະດູບານໃໝ່ໄດ້ມາເຖິງແລ້ວ,ສຳລັບຂັ້ນຕອນການຜະລິດຊາພູເອີຫມູ່ເພື່ອນໃນເນັດອາດຮູ້ສຶກວ່າທັງຄຸ້ນເຄີຍແລະບໍ່ຄຸ້ນເຄີຍ.ຫວ່າງມໍ່ໆນີ້,ນັກຂ່າວຂອງເວັນໄຊຢຸນນານໄດ້ຍ່າງເຂົ້າໂຮງງານເມືອງເຫມິງໄຮຂອງບໍລິສັດຂະແໜງຊາຈົ່ງຊາຢຸນນານ,ເພື່ອແນະນຳຂັ້ນຕອນການຜະລິດຂອງຊາພູເອີດິບໃຫ້ທ່ານຊາບ.

  ການຜະລິດຊາຊາພູເອີດິບສ່ວນຫຼາຍປະກອບມີຂັ້ນຕອນດັ່ງລຸ່ມນີ້:ເກັບກ່ຽວ,ເກັບໄວ້ໃຫ້ແຫ້ງໜ້ອຍໜຶ່ງ,ຂົ້ວຊາດ້ວຍອຸນຫະພູມສູງ,ນວດແລະໝູນ,ຕາກໃຫ້ແຫ້ງ,ຊັ່ງນໍ້າໜັກ,ໜຶ້ງຊາ,ອັດຊາ, ອົບແຫ້ງ, ຫຸ້ມຫໍ່.

ໃບຊາທີ່ຫາກໍ່ເກັບກ່ຽວ

ໃບຊາສົດໆໃນຂັ້ນຕອນການໄວ້ໃຫ້ແຫ້ງໜ້ອຍໜຶ່ງ

ຜູ້ອຳນວຍການໃຫຍ່ຂອງບໍລິສັດໃບຊາຈີນຈຳກັດ ທ່ານຫວາງກຸ້ຍຊິງກຳລັງຂົ້ວຊາດ້ວຍອຸນຫະພູມສູງ

ຊາວສວນຊາກຳລັງນວດຊາ

ຕາກໃບຊາໃຫ້ແຫ້ງ

ຊາວສວນຊາກຳລັງຊັ່ງນໍ້າໜັກຂອງຊາ

ຊາວສວນຊາກຳລັງໜຶ້ງຊາ

ຊາວສວນຊາກຳລັງອັດຊາ

ຂັ້ນຕອນການອົບແຫ້ງຊາທີ່ເປັນຮູບແບບເຂົ້າໜົມ