ເມືອງຢົງເຢີນແຂວງຢຸນນານ:ສີມືແສ່ວອັນເປັນມູນເຊື້ອໄດ້ພາເຂົ້າສູ່ເສັ້ນທາງຮັ່ງມີ

2018-04-10 16:53:50 |ມາຈາກ: Yunnan Gateway

ແມ່ຍິງແສ່ວທີ່ນຸ່ງເຄື່ອງຊົນເຜົ່າຢີຂອງສະມາຄົມຮ່ວມມືການແສ່ວສຽວລີ້ ຂອງເມືອງຢົງເຢີນຖ່າຍຮູບເປັນທີ່ລະລຶກ.

ເມືອງຢົງເຢີນເຂດປົກຄອງຕົນເອງເຜົ່າຢີຂອງນະຄອນສູ້ສົງຕັ້ງຢູ່ພາກເໜືອຂອງແຂວງຢຸນນານ,ພົນລະເມືອງໄດ້ກວມເອົາ54,5%ພົນລະເມືອງຂອງເຜົ່າຢີ.ການແສ່ວຂອງເຜົ່າຢີເມືອງຢົງເຢີນມີປະຫວັດສາດອັນຍາວນານ,ການແສ່ວຂອງເຜົ່າຢີເໝືອນສິລະປະທາງນິ້ວມື ,ດອກໄມ້ທາງຫົວໃຈຂອງຊາວຢີ.ໂດຍໄດ້ຮັບຮູ້ວ່າ,ຜົນຜະລິດຕະພັນຂອງເມືອງຢົງເຢີນໃນປີ2017ທີຈຳນວນ28ໝື່ນໜ່ວຍ,ໄດ້ຂາຍຮອດປະເທດອາເມລິກາ ຍີ່ປຸ່ນ ການາດາແລະປະເທດອື່ນໆ,ຍອດມູນຄ່າ33ລ້ານຢວນ,ການແສ່ວຂອງເຜົ່າຢີໄດ້ກາຍເປັນຂະແໜງການອັນສຳຄັນໃນການຫຼຸດພົ້ນອອກຈາກຄວາມທຸກຍາກແລະເຂົ້າສູ່ເສັ້ນທາງຮັ່ງມີຂອງຊາວທ້ອງຖິ່ນແລ້ວ.

ທີ່ສະມາຄົມຮ່ວມມືການແສ່ວສຽວລີ້ ຂອງເມືອງຢົງເຢີນ,ຜູ້ເຖົ້າທີ່ເຈ່ຍລູກຄົນໜຶ່ງກຳລັງຖັກແສ່ວເຄື່ອງນຸ່ງເຜົ່າຢີຢູ່.

ແມ່ຍິງແສ່ວທີ່ນຸ່ງເຄື່ອງເຜົ່າຢີອັນສວຍງາມຂອງສະມາຄົມຮ່ວມມືການແສ່ວສຽວລີ້ທີ່ເມືອງຢົງເຢີນ.

ທີ່ສະມາຄົມຮ່ວມມືການແສ່ວສຽວລີ້ ຂອງເມືອງຢົງເຢີນ,ຫຼີ້ສຽງຖົງທີ່ອາຍຸ6ປີກຳລັງຖັກແສ່ວເຄື່ອງນຸ່ງເຜົ່າຢີຢູ່.

  ນັກຂ່າວ:ສາຍຢາງ(ສຳນັກຂ່າວຊິນຮວາ)