ເມືອງເມີງຫຼຽນແຂວງຢຸນນານ:ຄົນທັງຫຼາຍລົງນໍ້າຈັບປາພ້ອມກັນ ການສະແດງ “ງານສະເຫຼີມສະຫຼອງຢູ່ເທິງນໍ້າ”

2018-04-13 16:05:45 |ມາຈາກ: Yunnan Gateway

ຫວ່າງມໍ່ໆມານີ້,ງານປາສັກສິດນ້າຢຸນຂອງເມືອງເມີງຫຼຽນປະເທດຈີນຄັ້ງທີ່15ໄດ້ໄຂສາກທີ່ເມືອງເມີງຫຼຽນນະຄອນພູເອີແຂວງຢຸນນານ. ກິດຈະກຳຈັບປາທີ່ຈັດຂຶ້ນໃນຕອນເຊົ້າຂອງວັນທີ12ເດືອນເມສານັ້ນ,ຄົນຫຼາຍກວ່າພັນຄົນໄດ້ພາກັນລົງໄປແມ່ນໍ້ານານເລີຍເພື່ອເຂົ້າຮ່ວມກິດຈະກຳທີ່ກະຕືລືລົ້ນຄັ້ງນີ້.ຂະໜາດຂອງກິດຈະກຳຈັບປາເທື່ອນີ້ແມ່ນໃຫຍ່ໂຕມະໂຫລານ ເຊິ່ງບັນຍາກາດກໍຟົດຟື້ນອີ່ຫຼີ.

ໂດຍໄດ້ຮັບຮູ້ວ່າ,ເຈົ້າໜ້າທີ່ຂອງກິດຈະກຳຄັ້ງນີ້ໄດ້ປ່ອຍປາຫຼາຍຊະນິດ :ປາໄນ,ປາຫຍ້າ,ປາລິນແລະອື່ນໆ,ນໍ້າໜັກທັງໝົດແມ່ນ21,3ໂຕນ,ໃນນັ້ນນໍ້າໜັກຂອງໂຕດຽວໜັກທີ່ສຸດແມ່ນ11,5ກິໂລ.ຕາມກະຕິກາການແຂ່ງຂັນແລ້ວ,ຜູ້ທີ່ຈັບໄດ້ປາໂຕດຽວທີ່ມີນໍ້າໜັກໜັກທີ່ສຸດໃນສາມລຳດັບທຳອິດນັ້ນ, ຄົນນັ້ນຈະໄດ້ຮັບ“ລາງວັນເຈົ້າຂອງປາສັກສິດ”ຕ່າງຫາກ.