ເຄື່ອງນຸ່ງຂອງຊົນເຜົ່າໄທລື້ໄດ້ກາຍເປັນທິວທັດອັນສວຍສົດງົດງາມໃນບຸນຫົດນໍ້າ

2018-04-16 15:44:06 |ມາຈາກ: Yunnan Gateway

ໃນຕອນຄໍ່າຂອງວັນທີ15ເດືອນເມສາ,ເມືອງກາວສ່ວງສີສອງຈິງຂອງກິ່ງແຂວງສິບສອງພັນນາໄດ້ຈັດກິດຈະກຳແຫ່ລົດດອກໄມ້ຂອງບຸນຫົດນໍ້າແລະງານສະແດງຊົນເຜົ່າທີ່ມີສີສັນອັນຫຼາກຫລາຍເພື່ອສະເຫຼີມສະຫຼອງບຸນຫົດນໍ້າ. ນັກທ່ອງທ່ຽວແລະປະຊາຊົນທ້ອງຖິ່ນຈໍານວນເຖິງຫມື່ນຄົນໄດ້ພາກັນຮັບຊົມວັດທະນະທຳເຜົ່າໄທລື້ຈາກງານທີ່ຈັດຂຶ້ນຢ່າງຍິ່ງໃຫຍ່. ມີບ່າວສາວໄທລື້ທີ່ນຸ່ງໂສ້ງເສື້ອຂອງຊົນເຜົ່າໄດ້ເຂົ້າຮ່ວມກິດຈະກຳດັ່ງກ່າວ,ເຊິ່ງໂສ້ງເສື້ອເຫຼົ່ານີ້ໄດ້ກາຍເປັນທິວທັດອັນສວຍງາມໃນງານສະແດງຄັ້ງນີ້.ເຊີນທ່ານມາຊົມໂສ້ງເສື້ອຂອງເຜົ່າໄທລື້ນຳກັນເລີຍ.