ເມືອງຢວນເມົາແຂວງຢຸນນານ:ເຄື່ອງຊົນລະປະທານປະຢັດນ້ຳທີ່ມີປະສິດທິພາບສູງ

2018-04-18 16:25:36 |ມາຈາກ: Yunnan Gateway

ເມືອງຢວນເມົາກິ່ງແຂວງຜົກຄອງໂດຍເອງເຜົ່າຢີ ສູ້ສົງແຂວງຢຸນນານທີ່ຕັ້ງຢູ່ແຖບຊອງແມ່ນໍ້າຈິ່ນຊະຈ່ຽງ,ມີບັນຫາການຂາດແຄນນໍ້າຢ່າງຊັດເຈນ.ເພື່ອຊຸກຍູ້ການພັດທະນາເສດຖະກິດຂະແໜງກະສິກຳ,ລັດຖະບານທ້ອງຖິ່ນໄດ້ລົງທຶນກໍ່ສ້າງໂຄງການຊົນລະປະທານ“ການປະຢັດນໍ້າຕ້າຢູ”ຂອງຊຸມຊົນຊິງເຮີ,ໄດ້ຝັງທໍ່ນໍ້າທີ່ມີຮູຢອດນໍ້າຢູ່ໃຕ້ດິນນາແລະໄດ້ຕິດທໍ່ເຫຼົ່ານີ້ເຂົ້າໃນອ່າງນໍ້າອ້ອມຂ້າງ.ຊາວນາພຽງແຕ່ສະແກນບັດນໍ້າຢູ່ເທິງມີເຕີນໍ້າອັດສະລິຍະ,ກໍສາມາດບັນລຸການນຳໃຊ້ຊົນລະປະທານແລ້ວ.ໂດຍການແນະນຳວ່າ,ຖ້າປຽບທຽບກັບການລະບາຍນໍ້າແບບເກົ່າ,ໂຄງການປະຢັດນໍ້າທີ່ມີປະສິດທິພາບສູງນີ້ສາມາດປະຢັດນໍ້າໄດ້440ຫາ560ແມັດກ້ອນຕໍ່ແຕ່ລະມຸ້ດິນນາ,ພ້ອມດຽວກັນນັ້ນຍັງສາມາດເພີ່ມທະວີລາຍຮັບຂຶ້ນ1000ຢວນຕໍ່ແຕ່ລະມຸ້.ປັດຈຸບັນ,ໂຄງການປະຢັດນໍ້າທີ່ມີປະສິດທິພາບສູງໂຄງການນີ້ໄດ້ຕິດຕັ້ງຢູ່ດິນນາກາຍກວ່າ11,4ໝື່ນມຸ້ທີ່ເມືອງຢວນເມົາແລ້ວ.ໃນປີ2018,ອຳນາດການປົກຄອງທ້ອງຖິ່ນມີແຜນການຈະຂະຫຍາຍເນື້ອທີ່ຕິດຕັ້ງໂຄງການດັ່ງກ່າວເຖິງ20ໝື່ນມຸ້.

ນີ້ແມ່ນສວນປູກໝາກອະງຸ່ນ(ຫລືຫມາກແຣແຊງ)ທີ່ໄດ້ນຳໃຊ້ເຄື່ອງຊົນລະປະທານປະຢັດນໍ້າທີ່ມີປະສິດທິພາບສູງທີ່ຊຸມຊົນຊິງເຮີເມືອງຢວນເມົາກິ່ງແຂວງຜົກຄອງໂດຍເອງເຜົ່າຢີ ສູ້ສົງແຂວງຢຸນນານ.

ຊາວກະສິກອນກຳລັງສະແດງເຄື່ອງອຸປະກອນຊົນລະປະທານປະຢັດນໍ້າທີ່ມີປະສິດທິພາບສູງ.

ຊາວບ້ານ ຢູຊູ້ຢຸນນຳໃຊ້້ເຄື່ອງຊົນລະປະທານປະຢັດນໍ້າທີ່ມີປະສິດທິພາບສູງເຊິ່ງຄວບຄຸມໂດຍມີເຕີນໍ້າອັດສະລິຍະໃນສວນໝາກອະງຸ່ນຂອງຕົນ