ປະ​ຊາ​ຊົນເຜົ່າ​ຫຼີ​ແລະເຜົ່າ​ມົ້ງ​​ແຂວງ​ໄຫ​ຫຼຳ​ຮ່ວມ​ກັນ​ຕ້ອນ​ຮັບ "ບຸນ​​ມື້​ອອກ​ໃໝ່ 3 ຄ່ຳເດືອນ​ສາມ"

2018-04-18 16:55:55 |ມາຈາກ: cri

ວັນ​ທີ 16 ເມ​ສາ​ນີ້, ປະ​ຊາ​ຊົນ​ເຜົ່າ​ຫຼີ​ແລະ​ເຜົ່າ​ມົ້ງ​ເມືອງ​ຊ່ານ​ຢ້າ​ແຂວງ​ໄຫ​ຫຼຳ​ໄດ້​ເຕົ້າ​ໂຮມ​ກັນ, ຈັດ​ການ​ແຂ່ງ​ຂັນ​ສີ​ມື​ຖັກ​ແສ່ວ​ເຜົ່າ​ຫຼີ​ແລະ​​ເຜົ່າ​ມົ້ງ, ເພື່ອ​ຕ້ອນ​ຮັບ​ບຸນ "ມື້​ອອກ​ໃໝ່​ 3 ຄ່ຳເດືອນ​ສາມ" ເຊິ່ງ​ເປັນ​ບຸນ​ປະ​ເພ​ນີ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຫຼາຍ​ຊົນ​ເຜົ່າ​ຂອງ​ຈີນ. ​ເມື່ອຮອດ​ມື້​ບຸນ​​ນີ້, ຊາວ​ໜຸ່ມ​ຍິງ​ແລະ​ຊາຍ​ຈະ​ເຕົ້າ​ໂຮມ​ກັນ​ຕາມ​ຖະ​ໜົນ​ທັງ​ຮ້ອງ​​ເພງໂຮ​ແຊວ, ຈັດ​ງານ​ລ້ຽງ​ຕາມ​ແຄມ​ນ້ຳ. ບຸນ"​ມື້​ອອກ​ໃໝ່ 3 ​ຄ່ຳເດືອນ​ສາມ" ໃນ​ປີ​ນີ້​ກົງ​ກັບ​ວັນ​ທີ 18 ເມ​ສາ​ນີ້.