ບຸນເສັ່ນໄຫວ້ມັງກອນ

2018-04-19 14:42:16 |ມາຈາກ: Yunnan Gateway

ໃນວັນທີ18ເດືອນເມສາ,ກິດຈະກຳບຸນເສັ່ນໄຫວ້ມັງກອນຄັ້ງທີສອງໄດ້ຈັດຂຶ້ນທີ່ສວນສາທາລະນະຫາດຊາຍຂອງບ້ານໄຮເກິງເຂດເມືອງຈີ້ນໜິງນະຄອນຄຸນໝິງ,ເຊິ່ງແມ່ນເພື່ອສົ່ງເສີມວັດທະນະທຳແລະປະເພນີພື້ນເມືອງອັນເປັນມູນເຊື້ອອັນດີງາມ,ສະແດງຮູບພາບຊີວິດການເປັນຢູ່ຂອງຄອບຄົວຊາວປະມົງຫາປາທີ່ແຄມໜອງນໍ້າຕ່ຽນສື.

ບ້ານໄຮເກິງເປັນກຸ່ມບ້ານທີ່ໄດ້ສ້າງຂຶ້ນໃນ100ກວ່າປີກ່ອນເຊິ່ງປະກອບໄປດ້ວຍບັນດາຊາວປະມົງທີ່ຫາປາລ້ຽງຊີບບໍລິເວນຫນອງນ້ຳຕ່ຽນສື.ບ້ານໄຮເກິງໄດ້ຈັດກິດຈະກຳບຸນເສັ່ນໄຫວ້ມັງກອນໃນມື້ອອກໃໝ່3ຄໍ່າເດືອນສາມແຕ່ລະປີ ເພື່ອສືບທອດວັດທະນະທຳອັນດີງາມຂອງຕົນແລະຂໍພອນໃຫ້ຕົນໃນປີທີ່ຈະມາເຖິງນີ້,ໃນມື້ນີ້ຊາວປະມົງຫາປາໄດ້ຂໍພອນຕໍ່ເຈົ້າມັງກອນຂໍໃຫ້ຄອບຄົວຂອງຕົນປອດໄພຕະຫຼອດປີ.