ນະຄອນຄຸນໝິງ:"ບຸນມື້ອອກໃໝ່ 3 ຄ່ຳເດືອນສາມ"ໄປຫຼິ້ນພູຊີຊານ

2018-04-20 17:19:09 |ມາຈາກ: Yunnan Gateway

ຮູບປັ້ນທີ່ຜະລິດດ້ວຍຜູ້ສືບທອດມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸ.

"ໄປຫຼິ້ນພູຊີຊານໃນບຸນມື້ອອກໃໝ່ 3 ຄ່ຳເດືອນສາມ".ງານດົນຕີຊີຊານຄັ້ງທີ31ແລະງານສະແດງມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງບຸນມື້ອອກໃໝ່ 3 ຄ່ຳເດືອນສາມໄດ້ຈັດຂຶ້ນໃນວັນທີ18ທີ່ເຂດທ່ອງທ່ຽວພູຊີຊານຄະນອນຄຸນໝິງ.ໃນວັນທີ18ເດືອນເມສາເປັນວັນທີ3 ຄ່ຳເດືອນສາມໃນປະຕິທິນຈັກທະຄະຕິ,ຊາວເມືອງຄຸນໝິງໄດ້ມີປະເພນີໄປທ່ຽວພູຊີຊານໃນວັນນີ້.ໃນວັນນີ້,ຊາວເມືອງຄຸນໝິງຫຼາຍຄົນມັກຂຶ້ນພູຊີຊານນຳໝູ່ເພື່ອນເພື່ອໄປຫຼິ້ນທາງນອກ.ໃນວັນນີ້,ເຂດທ່ອງທ່ຽວພູຊີຊານໄດ້ຈັດກິດຈະກຳວາງສະແດງມໍລະດົກວັດທະນະທຳບໍ່ເປັນວັດຖຸຈາກຜູ້ສືບທອດຫຼາຍຢ່າງ ກໍຄື:ການແຕ້ມຮູບດ້ວຍນໍ້າຫວານ,ການຕັດເຈ້ຍ,ແກະສະຫຼັກເທິງໜັງ,ສານໄມ້ໄຜ່,ການຖັກແສ່ວ,ການປັ້ນຮູບປັ້ນດິນແລະອື່ນໆ,ຍັງສາມາດຊົມເບິ່ງງານສະແດງສິລະປະທີ່ຫຼິ້ນກູເຈີງ,ໂຄມລອຍແລະການສະແດງຂອງງີ້ວຢຸນນານເປັນຕົ້ນ,ກິດຈະກຳນີ້ຈະເລີ່ມຈາກ10ໂມງຕອນເຊົ້າຫາ5ໂມງຕອນບ່າຍ.ໂດຍສະຖິຕິຮູ້ວ່າ,ໃນວັນທີ18ໄດ້ມີຊາວເມືອງຈຳນວນ12ໝື່ນຄົນໄດ້ຂຶ້ນພູຊີຊານ.