ນາຂັ້ນໄດຊະມະປ້າຂອງເມືອງຫົງເຫີແຂວງຢຸນນານໄດ້ຮັບການຢັ້ງຢືນຈາກ Ginis ຊ່ຽງໄຮ ເປັນ“ນາຂັ້ນໄດເຜົ່າຮານີທີ່ມີເນື້ອທີ່ໃຫຍ່ທີ່ສຸດໃນຈີນ”

2018-04-23 17:13:04 |ມາຈາກ: Yunnan Gateway

ໃນວັນທີ21ເດືອນເມສາ,ການເຊັ່ນໄຫວ້“ເປີດປະຕູດຳນາ”ແລະກິດຈະກຳສະເຫຼີມສະຫຼອງປະເພນີຂະໜາດໃຫຍ່ຂອງເມືອງຫົງເຫີແຂວງຢຸນນານໄດ້ຈັດຂຶ້ນທີ່ນາຂັ້ນໄດຊະມະປ້າທີ່ເຊື່ອມຕໍ່ກັນເປັນແຜ່ນດິນທີ່ກວ້າງໃຫຍ່ໄພສານ。ໃນມື້ດຽວກັນ, ນາຂັ້ນໄດຜືນນີ້ຍັງໄດ້ຮັບໃບຢັ້ງຢືນຈາກ Ginis ຊ່ຽງໄຮວ່າເປັນ“ນາຂັ້ນໄດເຜົ່າຮານີທີ່ມີເນື້ອທີ່ໃຫຍ່ທີ່ສຸດຂອງຈີນ

ເນື້ອທີ່ທັງໝົດຂອງນາຂັ້ນໄດຊະມະປ້າເກີນກວ່າໝື່ນມຸ້ແລະໄດ້ຕັ້ງຢູ່ຕາແສງເປົາຮວາເມືອງຫົງເຫີ,ຫ່າງກັບຕົວເມືອງຫົງເຫີ37ກິໂລແມັດ,ເນື້ອທີ່ແຜ່ນດິນທີ່ຕິດຕໍ່ກັນຂອງນາຂັ້ນໄດນີ້ສາມາດຈັດຢູ່ໃນອັນດັບທີ່ໜຶ່ງຂອງປະເທດຈີນໄດ້ເລີຍ.ມີຄຳເວົ້າສຸພາສິດໜຶ່ງຂອງທ້ອງຖິ່ນໄດ້ເວົ້າວ່າ“ບໍ່ເຄີຍມາເຖິງຊະມະປ້າ,ຈະບໍ່ຮູ້ຄວາມກວ້າງໃຫຍ່ໄພສານຂອງນາຂັ້ນໄດ.”ເຊິ່ງນີ້ເປັນການພັນລະນາໃຫ້ເຫັນຄວາມຈິງຂອງນາຂັ້ນໄດຊະມະປ້າທີ່ມີປະຫວັດສາດຍາວນານກວ່າ1000 ປີຂອງເມືອງຫົງເຫີ.

ນາຂັ້ນໄດຊະມະປ້າເຕົ້າໂຮມແລະຕິດຈອດກັນເປັນແຜ່ນເປັນແຜ່ນ, ມີຂັ້ນໄດທັງຫມົດ4300ຂັ້ນເຊື່ອມຕໍ່ກັນແຕ່ຫົວຮອດທ້າຍ,ຄວາມສູງຈາກລະດັບໜ້ານໍ້າທະເລແຕ່600ແມັດຫາ1800ແມັດ,ເຊິ່ງໄດ້ບຸກເບີກໄປຕາມພູແລະເຮັດນາໄປຕາມຄວາມອຽງ,ຮູບຊົງແລະເນື້ອທີ່ແລະຄວາມໜາແໜ້ນຂອງນາແຕ່ລະຜືນແມ່ນແຕກຕ່າງກັນ,ຕອນໃຫຍ່ມີເນື້ອທີ່ເຖິງ3ຫາ4ມຸ້,ຕອນນ້ອຍມີຂະຫນາດໃຫຍ່ຊ່ຳກັບໂຕງົວຄວາຍເທົ່ານັ້ນ,ຢູ່ທີ່ເຂດທີ່ສູງຊັນ,ຜືນນາເໝືອນຂັ້ນໄດສູ່ເຂດສະຫວັນ, ງາມເໝືອນກັບສັນຫຼັງຂອງໂຕມັງກອນ.

ຊາວບ້ານທ້ອງຖິ່ນໄດ້ເວົ້າວ່າ,ຮູບຮ່າງຂອງນາຂັ້ນໄດຈະປ່ຽນແປງໄປຕາມການປ່ຽນແປງຂອງລະດູ,“ລະດູບານໃໝ່ເໝືອນທົ່ງຫຍ້າ,ລະດູຮ້ອນເໝືອນພົມສີຂຽວ,ລະດູໃບໄມ້ຫຼົ່ນເໝືອນພູສີຄຳແລະລະດູໜາວເໝືອນແວ່ນແຈ້ງ”.ມັນສະຫງ່າງາມຕາຫຼາຍ,ເຊິ່ງໄດ້ສະແດງຄວາມກົມກຽວລະຫວ່າງມະນຸດກັບທຳມະຊາດຢ່າງສູງ,ແລະໄດ້ສະແດງໃຫ້ເຫັນເຖິງລະບົບນິເວດກະສິກຳທີ່ປະກອບດ້ວຍສີ່ປັດໃຈກໍຄື:“ປ່າໄມ້—ກຸ່ມບ້ານ—ນາຂັ້ນໄດ—ລະບົບນໍ້າ”,ເຊິ່ງເປັນຕົວແບບຂອງວັດທະນະທຳນາຂັ້ນໄດຂອງປະເທດຈີນແລະເປັນຕົວຢ່າງຕົ້ນແບບຂອງຄວາມສີວິໄລໃນການເຮັດໄຮ່ໄຖນາ.