ງານວາງສະແດງນິເທດສະການຮູບແຕ້ມແລະການຖ່າຍຮູບ "ຄວາມຮັກຈີນ•ເງົາຮູບແຕ້ມທີ່ໃສສະຫວ່າງ" ຈັດຂຶ້ນຢູ່ທີ່ນະຄອນຄຸນໝິງ

2018-04-25 19:18:05 |ມາຈາກ: Yunnan Gateway

ເພື່ອສົ່ງເສີມວັດທະນະທໍາມູນເຊື້ອຂອງຈີນແລະຊຸກຍູ້ການແລກປ່ຽນວັດທະນະທໍາລະຫວ່າງຢຸນນານແລະໄຕ້ຫວັນ.ໃນວັນທີ24ເດືອນເມສາ, ງານວາງສະແດງນິເທດສະການຮູບແຕ້ມແລະການຖ່າຍຮູບ "ຄວາມຮັກຈີນ•ເງົາຮູບແຕ້ມທີ່ໃສສະຫວ່າງ" ທີ່ຈັດຂຶ້ນຢູ່ນະຄອນຄຸນໝິງ.ງານວາງສະແດງດັ່ງກ່າວໄດ້ເຊື້ອເຊີນສິລະປິນໄຕ້ຫວັນ ທ່ານຊ້າຍຈູນຈ່າງ,ຜູ້ເປັນນັກສະສົມຮູບພາບເກົ່າຂອງຢຸນນານ,ນັກຖ່າຍຮູບທຳມະຊາດແລະວັດທະນະທຳໃນວົງກວ້າງທ່ານຢີນສຽວໂຈ້ນກໍເຂົ້າຮ່ວມການວາງສະແດງ.

ໂດຍໄດ້ຮັບຮູ້ວ່າ,ທ່ານຊ້າຍຈູນຈ່າງ ເປັນນັກແຕ້ມທີ່ມີຊື່ສຽງຂອງໄຕ້ຫວັນ,ເພິ່ນເຄີຍໄດ້ຈັດວາງສະແດງຢູ່ສູນວັດທະນະທໍາເມືອງໄຖຫນານ(ພາກໃຕ້ຂອງໄຕ້ຫວັນ),ຫໍສິລະປະຊີຫວັນຂອງມະຫາວິທະຍາໄລຈົ່ງຊ່ານ, ຫໍພິພິຕະພັນຕໍາຫຼວດສາກົນ,ສູນສິລະປະວັດທະນະທໍາ ຂອງມະຫາວິທະຍາໄລເຈີ້ງຊຽວຂອງນະຄອນກ່າວສົງແລະສະຖານທີ່ອື່ນໆ,ໄດ້ເຂົ້າຮ່ວມງານວາງສະແດງລະດັບສາກົນຫຼາຍເທື່ອ.ມີຜົນງານຕາງຫນ້າ“ພາບຫຼິ້ນຂອງໂຕກຸ້ງ”“ດອກເໝີຍແລະດອກNarcissus”“ໃບໄມ້ແດງໃນທ້າຍລະດູໃບໄມ້ຫຼົ່ນ”ເປັນຕົ້ນ.

ຢູ່ໃນສະຖານທີ່ງານວາງສະແດງນັກຂ່າວໄດ້ພົບວ່າ,ຜົນງານຂອງ ທ່ານຊ້າຍໂຈ່ນຈ່າງໄດ້ປະກອບມີຫົວຂໍ້ຕ່າງໆທີ່ເຊື່ອມຕໍ່ກັບຍຸກປັດຈຸບັນ,ແຮງບັນດານໃຈທີ່ມາຈາກສະເໜ່ປ່າໄມ້ທົ່ງນາ, ໃນບ້ານຄອບຄົວ ຫຼື ຫມາກໄມ້ແລະດອກໄມ້ຕ່າງໆ.ຫົວຂໍ້ຕ່າງໆມີຄວາມກວ້າງຂວາງ ແລະ ຄວາມເລິກເຊິ່ງ,ມີເນື້ອໃນທີ່ກ້ວາງໃຫຍ່ແລະອຸດົມໄປດ້ວຍແນວຄວາມຄິດ.

ຜູ້ວາງສະແດງໃນງານອີກຄົນໜຶ່ງທ່ານຢີນສຽວໂຈ່ນ,ເກີດຢູ່ເມືອງຄຸນໝິງແຂວງຢຸນນານ,ຈົບຈາກວິທະຍາສາດຈີນໃຕ້,ເປັນນັກສະສົມຮູບພາບເກົ່າຂອງຢຸນນານ.ໃນປີ1996,ເຄີຍໄດ້ວາງແຜນການເດີນທາງສູ່ປະເທດຝຣັ່ງເພື່ອຊື້ຮູບພາບຂອງ ຟາງຊູຢາ ທີ່ເປັນກົງສູນໃຫຍ່ປະເທດຝຣັ່ງປະຈຳແຂວງຢຸນນານໃນລາຊະວົງຊິງ,ໃນປີ1997ເຄີຍເດີນທາງເຖິງປະເທດຝຣັ່ງ,ໄດ້ຈ່າຍຄ່າໃຊ້ຈ່າຍຈຳນວນລ້ານກວ່າຢວນເຂົ້າໃນການຊື້ຮູບພາບຂອງຟາງຊູຢາ ຈຳນວນ1200ກວ່າພາບທີ່ໄດ້ຖ່າຍຢູ່ເຂດພາກຕາເວັນຕົກສຽງໃຕ້ຂອງຈີນລະຫວ່າງໃນປີ1886ຫາປີ1904.ໄດ້ວາງສະແດງຢູ່ຫໍພິພິທະພັນແຫ່ງຊາດໃນລະຫວ່າງປີ1998ຫາປີ1999,ຕໍ່ມາເຄີຍໄດ້ຈັດງານວາງສະແດງຂະໜາດໃຫຍ່ຢູ່ນະຄອນຄຸນໝິງ, ເສີງຕູ່, ນະຄອນສົງຊິ້ງ ,ນະຄອນຊີອ່ານເປັນຕົ້ນ. ຈາກນັ້ນກໍໄດ້ສຸມກຳລັງແຮງໃນການເກັບສະສົມແລະຮັກສາຮູບພາບເກົ່າມາເຖິງປັດຈຸບັນ.

ໃນ15ປີທີ່ຜ່ານມາ,ທ່ານຢີນສຽວໂຈ່ນໄດ້ຄົ້ນຄວ້າຮູບພາບເກົ່າຂອງ ຊູຢາ,ແລະເດີນທາງຕາມເສັ້ນທາງທີ່ ຊູຢາ ເຄີຍໄດ້ເດີນທາງນັ້ນແລະໄດ້ຖ່າຍຮູບພາບຈຳນວນຫຼາຍພັນກວ່າຮູບ ແລະຍັງໄດ້ສືບຕໍ່ຄົ້ນຄວ້າວິເຄາະ.ມາເຖິງປັດຈຸບັນ,ທ່ານຢີນສຽວໂຈ່ນ ໄດ້ເກັບສະສົມຮູບພາບເກົ່າໃນທ້າຍຂອງລາຊະວົງຊິງ,ສະໄໝໝິນກໍ ແລະສະໄໝເລີ່ມຕົ້ນຂອງການສ້າງປະເທດຈີນໃໝ່ຈຳນວນ5ຫມື່ນກວ່າຮູບ,ຍັງໄດ້ເກັບວັດຖຸບູຮານໄວ້ຈຳນວນ13000ກວ່າໜ່ວຍໂດຍການຢັ້ງຢືນດ້ວຍຮູບແບບປະຫວັດສາດ.ໃນຊຸມປີມໍ່ໆມານີ້,ທ່ານຢີນສຽວໂຈ່ນ ໄດ້ນໍາໃຊ້ຊັບພະຍາກອນຮູບພາບເກົ່າທີ່ອຸດົມສົມບູນນັ້ນ, ປະກອບສ່ວນເຂົ້າໃນການຟື້ນຟູແລະປົກປ້ອງວັດຖຸວັດທະນະທໍາບູຮານຂອງຢຸນນານ.

ງານວາງສະແດງຄັ້ງນີ້ແມ່ນໄດ້ຈັດຂຶ້ນທີ່ທີ່ຢູ່ອາໄສເກົ່າຂອງ ຈູ່ເຕີ ທີ່ຖະໜົນພາກຕາເວັນຕົກຮວາຊ່ານນະຄອນຄຸນໝິງແຂວງຢຸນນານ,ເວລາຂອງການວາງສະແດງເລີ່ມຈາກວັນທີ24ເດືອນເມສາຫາວັນທີ6ເດືອນພຶດສະພາ.ຜົນງານທີ່ໄດ້ວາງສະແດງມີຈຳນວນທັງໝົດ260ແຜ່ນ,ແລະງານວາງສະແດງໃນຄັ້ງນີ້ບໍ່ໄດ້ເກັບຄ່າທຳນຽມໃນການເຂົ້າຊົມ.