ນາງຢາງລີ້ຜິງ ຢູ່ຮ່ອມພູດອກກຸຫຼາບ

2018-04-26 15:48:45 |ມາຈາກ: Yunnan Gateway

ຫວ່າງມໍ່ໆມານີ້,ນັກຟ້ອນສິລະປະທີ່ມີຊື່ສຽງ ນາງຢາງລີ້ຜິງ ໄດ້ໄປເຖິງຮ່ອມພູດອກກຸຫຼາບພາກຕາເວັນອອກທີ່ເມືອງຢາວອ່ານກິ່ງແຂວງປົກຄອງຕົນເອງເຜົ່າຢີນະຄອນສູ້ສົງແຂວງຢຸນນານ,ໄດ້ເກັບດອກກຸຫລາບແລະຢ້ຽມຢາມຂັ້ນຕອນການຜະລິດເຂົ້າໜົມດອກກຸຫຼາບ.

ໃນວັນດຽວກັນ,ນາງຢາງລີ້ຜິງ ໄດ້ຖ່າຍວິດີໂອອອນໄລສົດແລະແລກປ່ຽນກັບຜູ້ໃຊ້ອິນເຕີເນັດ,ໄດ້ສະແດງທິວທັດຂອງທະເລດອກກຸຫຼາບອັນສວຍສົດງົດງາມ,ບອກເລົ່າຄວາມສຳພັນຂອງຕົນກັບອຸດສາຫະກຳດອກກຸຫຼາບ,ແລະແບ່ງປັນຂະບວນການຜະລິດແລະສືມືຂອງການຜະລິດເຂົ້າໜົມ.

ໃນຖານະທີ່ເປັນໂຄສົກຂອງເຂົ້າໜົມດອກກຸຫຼາບຍີ່ຫໍ້ໃດໜຶ່ງ,ນາງຢາງລີ້ຜິງຄິດວ່າ,ພຽງແຕ່ປູກດອກກຸຫລາບແຕ່ລະດອກຢ່າງເອົາໃຈໃສ່,ຈຶ່ງຈະສາມາດເຮັດເຂົ້າໜົມດອກໄມ້ດັ້ງເດີມທີ່ເຕັມໄປດ້ວຍລົດຊາດຂອງຢຸນນານອອກມາໄດ້.ຢູ່ທີ່ສະຖານຕົວຈິງ,ນາງຢາງລີ້ຜິງ ຊື່ນຊົມສິ່ງແວດລ້ອມອັນສວຍງາມແລະພື້ນຖານທາງດ້ານວັດທະນະທຳປະຫວັດສາດອັນເລິກເຊິ່ງຂອງເມືອງຢາວອ່ານຢ່າງບໍ່ຢຸດຢັ້ງ,ຍັງໄດ້ບອກວ່າ“ຖ້າມີເວລາວ່າງຈະເດີນທາງມາອີກ”.

ໂດຍໄດ້ຮັບຮູ້ວ່າ,ດອກກຸຫຼາບພາກຕາເວັນອອກເມືອງຢາວອ່ານເປັນວິສາຫະກິດກະສິກຳແຖວໜ້າອັນສຳຄັນທີ່ປູກດອກກຸຫຼາບທີ່ສາມາດກິນໄດ້ແລະນຳເຂົ້າໂດຍລັດຖະບານໃນປີ2014.ໃນປັດຈຸບັນ,ໄດ້ປູກດອກກຸຫຼາບຄຸນນະພາບສູງທີ່ກິນໄດ້ເຊິ່ງມີເນື້ອທີ່1000ມຸ້, ເປັນໜຶ່ງໃນສະຖານທີ່ການຜະລິດວັດຖຸດິບຂອງເຂົ້າໜົມດອກກຸຫຼາບ,ຂອງຫວານດອກກຸຫຼາບແລະເຄື່ອງດື່ມດອກກຸຫຼາບ.