ການປູກຝັງຕົ້ນໄມ້ໃຫ້ໝາກໄດ້ເພີ່ມລາຍຮັບຂອງຊາວກະສິກອນ

2018-04-26 15:54:26 |ມາຈາກ: Yunnan Gateway

ໃນວັນທີ25ເດືອນເມສາ,ຊາວກະສິກອນຂອງບ້ານຜິງຕີ້ຕາແສງຊືຈ້ຽວເມືອງຟູ້ໝິນແຂວງຢຸນນານກຳລັງເກັບໝາກແຊຣີທີ່ສວນຂອງຕົນ.

ໃນຊຸມປີມໍ່ໆມານີ້,ຕາແສງຊືຈ້ຽວເມືອງຟູ້ໝິນແຂວງຢຸນນານປັບປຸງໂຄງສ້າງອຸດສາຫະກໍາກະສິກໍາຢ່າງຕັ້ງຫນ້າ,ໄດ້ພັດທະນາຂະແໜງການປູກຕົ້ນໄມ້ໃຫ້ໝາກເປັນສິນຄ້າຢ່າງແຂງແຮງ,ນຳພາການພັດທະນາການທ່ອງທ່ຽວຊົນນະບົດ, ພ້ອມກັນນັ້ນກໍໄດ້ເພີ່ມລາຍໄດ້ຂອງຊາວກະສິກອນ,ອັດຕາການຄຸ້ມຄອງປ່າໄມ້ໃນຂອບເຂດຍັງໄດ້ເພີ່ມຂື້ນຢ່າງບໍ່ຢຸດຢັ້ງ.ໃນປັດຈຸບັນເນື້ອທີ່ປູກຝັງຕົ້ນໄມ້ໃຫ້ໝາກທີ່ມີສີສັນທົ່ວຕາແສງປະເທດນີ້ໄດ້ກາຍກວ່າ15800ມຸ້.