ບຸນສະເຫຼີມສະຫຼອງ“ທາທ່ານໃຫ້ເປັນສີດຳ”

2018-05-02 15:40:53 |ມາຈາກ: Yunnan Gateway

ຫວ່າງມໍ່ໆມານີ້,ບັນດາຊາວເມືອງໄດ້ເຂົ້າຮ່ວມບຸນສະເຫຼີມສະຫຼອງ“ທາທ່ານໃຫ້ເປັນສີດຳ”ທີ່ກິ່ງແຂວງປົກຄອງຕົນເອງເຜົ່າຫວ້າຊ່າງຢວນນະຄອນຫຼີນຊ່າງແຂວງຢຸນນານ.ໃນມື້ນັ້ນ,ຊາວເຜົ່າຫວ້າຂອງກິ່ງແຂວງປົກຄອງຕົນເອງເຜົ່າຫວ້າຊ່າງຢວນນະຄອນຫຼີນຊ່າງແຂວງຢຸນນານໄດ້ສະເຫຼີມສະຫຼອງບຸນ“ທາທ່ານໃຫ້ເປັນສີດຳ”ກັບນັກທ່ອງທ່ຽວທີ່ມາຈາກທົ່ວປະເທດຈີນ.ເຂົາເຈົ້າເອົາເຄື່ອງວັດຖຸທາທີ່ເຮັດດ້ວຍ“ນຽງປູລໍ”ເຊິ່ງຜະລິດດ້ວຍວັດຖຸດິບທຳມະຊາດມາທາເຊິ່ງກັນແລະກັນ,ເພື່ອອວຍພອນໃຫ້ມີຄວາມສຸກແລະສຸຂະພາບໃຫ້ແຂງແຮງ.